ຍ້ອງຍໍຊົມເຊີຍບັນດາ ໝູ່ຄະນະ, ສ່ວນບຸກຄົນ ໃນບັ້ນເຄື່ອນໄຫວຊາວໜຸ່ມ ອາສາສະໝັກປີ 2013

ຍ້ອງຍໍຊົມເຊີຍບັນດາ ໝູ່ຄະນະ, ສ່ວນບຸກຄົນ ໃນບັ້ນເຄື່ອນໄຫວຊາວໜຸ່ມ ອາສາສະໝັກປີ 2013 - ảnh 1
(ພາບປະກອບ)

 (vovworld)- ​ຕອນ​ຄ່ຳວັນ​ທີ 8/9 ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມມູນິດ​ໂຮ່ຈິ​ມິນ ສົມທົບ​ກັບຄະນະ​ຊາວ​ໜຸ່ມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ສະຫລຸບ, ຍ້ອງຍໍ​ຊົມ​ເຊີຍ, ມອບ​ລາງວັນ​ໃຫ້ 38 ໝູ່​ຄະນະ ​ແລະ 135 ສ່ວນ​ບຸກຄົນ​ໃນບັ້ນ​ເຄື່ອນ​ໄຫວ​ຊາວ​ໜຸ່ມ​ອາສາ​ສະໝັກປີ 2013. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຫງວຽນ​ດັກ​ວິ​ງ, ​ເລຂາທິໜຶ່ງ ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມມູນິດ​ໂຮ່ຈິ​ມິນ, ປະທານ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ຢືນຢັນ​ວ່າ:  ໃນບັ້ນ​ເຄື່ອນ​ໄຫວ​ຊາວ​ໜຸ່ມ​ອາສາ​ສະໝັກປີ 2013 ມີ​ຫຼາຍ​ເນື້ອ​ໃນ​ອຸດົມສົມບູນ, ມີ​ຫົວຄິດ​ປະດິດ​ສ້າງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເພື່ອແກ້​ໄຂ​ບັນດາ​ບັນຫາ​ພວມ​ເກີດ​ຂຶ້ນ​​ໃນ​ວົງ​ຄະນາ​ຍາດ​ໃຫ້​ເປັນ​ຢ່າງ​ດີ:

   “ບັ້ນ​ເຄື່ອນ​ໄຫວ​ຊາວ​ໜຸ່ມ​ອາສາ​ສະໝັກປີນີ້​ໄດ້​ອັດ​ລົງ​ແລ້ວ ​ແຕ່​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກຍັງ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ​ໃນ​ບັນດາການ​​ເຄື່ອນ​ໄຫວ ອາສາ​ສະໝັກ​ໃນ​ໄລຍະ​ຈະ​ມາ​ເຖິງ. ຄະນະ​ເລຂາ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ ສະ​ເໜີ​ໃຫ້​ຄະ​ນະ​ຊາວ​ໜຸ່ມ​ຂັ້ນຕ່າງໆຕ້ອງ​ຫັນ​ວິທີ​ການ ​ແລະ ກົນ​ໄກ​ປະຕິບັດ​ຂະ​ບວນການ​ຊາວ​ໜຸ່ມ​ອາສາ​ສະໝັກ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ເພື່ອ​ນຳ​ຂະ​ບວນການ​ຊາວ​ໜຸ່ມ​ອາສາ​ສະໝັກ​ກ້າວ​ເຂົ້າສູ່​ໄລຍະ​ພັດທະນາ​ໃໝ່ ພາຍຫຼັງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ໃນ​ທົ່ວ​ປະ​ເທດ​ມາ​ເປັນ​ເວລາ 20 ປີ, ປະກອບສ່ວນ​ປະຕິບັດ​ປີ​ອາສາ​ສະໝັກ​ 2014 ສຳ​ເລັດ​ຜົນ“.

 

 

 

 

ຂ່າວ/ບົດ​ອື່ນ