ຍ້ອງຍໍນັກສຶກສາລາວ-ກຳປູເຈຍທີ່ດີເດັ່ນປີ 2020

(VOVWORLD) - ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍແບບຢ່າງນັກສຶກສາລາວ, ກຳປູເຈຍ ທີ່ດີເດັ່ນປີ 2020

ຍ້ອງຍໍນັກສຶກສາລາວ-ກຳປູເຈຍທີ່ດີເດັ່ນປີ 2020 - ảnh 1 ພິທີຍ້ອງຍໍແບບຢ່າງນັກສຶກສາລາວ, ກຳປູເຈຍ ທີ່ດີເດັ່ນປີ 2020

(ພາບ: TTXVN)

ຕອນບ່າຍວັນທີ 22 ພະຈິກ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍແບບຢ່າງນັກສຶກສາລາວ, ກຳປູເຈຍ ທີ່ດີເດັ່ນປີ 2020, ໃນນັ້ນມີນັກສຶກສາລາວ 61 ຄົນ ແລະ ນັກສຶກສາກຳປູເຈຍ 61 ຄົນ ທີ່ພວມຮ່ຳຮຽນຢູ່ບໍລິເວນນະຄອນໂຮ່ຈີມິນ ໄດ້ຮັບໃບຍ້ອງຍໍຈາກຄະນະຊາວໜຸ່ມນະຄອນໂຮ່ຈີມິນ.

        ຜ່ານການຈັດຕັ້ງມາເປັນເວລາ 14 ປີ, ມາຮອດປະຈຸບັນໄດ້ຍ້ອງຍໍນັກສຶກສາລາວ - ກຳປູເຈຍ ດີເດັ່ນ 901 ຄົນທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ, ສະຖາບັນຢູ່ນະຄອນໂຮ່ຈີມິນ ທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ເປັນບັນດາຜູ້ສືບທອດນ້ຳໃຈສາມັກຄີລະຫວ່າງຫວຽດນາມ ກັບ 2 ປະເທດລາວ ແລະ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ