ບັນດາແບບຢ່າງດີເດັ່ນໄດ້ຮັບການຍ້ອງຍໍໃນຄັ້ງນີ້
(ພາບ: laodong.com.vn)
|
(vovworld) - ຕອນເຊົ້າວັນທີ 2/6, ຢູ່ຮ່າໂນ້ຍ, ກຳມະບານລັດຖະກອນຫວຽດນາມ ຈັດຕັ້ງກອງປະຊຸມ ຍ້ອງຍໍແບບຢ່າງທີ່ດີເດັ່ນ ແລະ ພະນັກງານລັດຖະກອນ, ພາລະກອນຍິງທີ່ເປັນແບບຢ່າງທີ່ດີເດັ່ນໃນໄລຍະ 5 ປີ (2010-2015). ໃນ 5 ປີຜ່ານມາມີເກືອບ 2.500 ຫົວຄິດປະດິດສ້າງທີ່ກ້າວໜ້າ, ນັບຮ້ອຍຫົວຂໍ້ທີ່ມີຄຸນຄ່າສູງດ້ານເສດຖະກິດ - ສັງຄົມ ໄດ້ຮັບການນຳໃຊ້ຢ່າງມີປະສິດທິຜົນ… ຂະບວນການ “ເຮັດຫຼ້ອນວຽກບ້ານການເຮືອນ“ ໄດ້ກາຍເປັນແກ່ນສານໃນການເຄື່ອນໄຫວຂອງແມ່ຍິງນັບແຕ່ຂັ້ນຮາກຖານເຖິງກຳມະບານລັດຖະກອນຫວຽດນາມ… ທີ່ກອງປະຊຸມ, ມີພະນັກງານລັດຖະກອນ, ພາລະກອນ 170 ຄົນໄດ້ຮັບການຍ້ອງຍໍ. ກ່າວຄວາມເຫັນທີ່ກອງປະຊຸມ, ຮອງປະທານ, ຜູ້ປະຈຳການສະຫະພັນໃຫຍ່ແຮງງານຫວຽດນາມ ເຈິ່ນແທງຫາຍ, ຖືວ່າ:
“ໃນໄລຍະປະຈຸບັນ, ພູມປັນຍານັບມື້ນັບມີທີ່ຕັ້ງຕັດສິນ ເມື່ອທຽບໃສ່ປະສົບການ, ອັນໄດ້ຮຽກຮ້ອງກຳມະບານທຸກຂັ້ນ ຕ້ອງສ້າງໂອກາດໃຫ້ຜູ້ອອກແຮງງານຍົກສູງລະດັບຄວາມຮູ້, ລະດັບວິຊາສະເພາະ ເພື່ອຍົກສູງປະສິດທິຜົນໃນການອອກແຮງງານ. ພະນັກງານກຳມະບານຄວນຊອກຫາບັນດາແບບຢ່າງອອກແຮງງານທີ່ດີເດັ່ນໃນໝູ່ມະຫາຊົນ ເພື່ອສະເໜີຕໍ່ຜູ້ນຳໃຊ້ແຮງງນ, ສ້າງເປັນກຳລັງຜູ້ອອກແຮງງານທີ່ດີເດັ່ນຄືດັ່ງຊັບສົມບັດຂອງອົງການ, ຫົວໜ່ວຍຕົນ“.