ພາບປະກອບ:internet
|
(vovworld) – ຍອດລາຍຮັບຈາກການທ່ອງທ່ຽວປີ 2014 ແມ່ນສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ຂ່າວຄາວດັ່ງກ່າວໄດ້ຍົກອອກທີ່ການປະຊຸມຂ່າວ ເພື່ອຄັດເລືອກ 10 ເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ດີເດັ່ນໃນປີ 2014 ເຊິ່ງດຳເນີນໃນຕອນເຊົ້າວັນທີ 25/12ຢູ່ຮ່າໂນ້ຍ ໃຫ້ເຫັນວ່າ: ປີ 2014, ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸ 230.000 ຕື້ດົ່ງ, ເພີ່ມຂຶ້ນ 15% ເມື່ອທຽບກັບປີ 2013 ແລະ ບັນລຸລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ໃນ ປີ 2014, ການທ່ອງທ່ຽວຫວຽດນາມໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 8 ລ້ານເທື່ອຄົນ ( ເພີ່ມຂຶ້ນກ່ວາ 5,6% ເມື່ອທຽບກັບປີ 2013). ການທ່ອງທ່ຽວຫວຽດນາມ ບັນລຸໄດ້ຈຳນວນລາຍຮັບດັ່ງກ່າວໃນສະພາບການປີ 2014 ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍປະການທີ່ສົ່ງຜົນກະທົບຫຼາຍດ້ານເຖິງການເຄື່ອນໄຫວການທ່ອງ ທ່ຽວ, ເຮັດໃຫ້ປະລິມານແຂກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມ ຫລຸດລົງ. ການທ່ອງທ່ຽວຫວຽດນາມ ໄດ້ເປັນເຈົ້າການຮັບມືກັບສະພາບການ, ເພີ່ມທະວີການປະຕິບັດບັນດາມາດຕະການຮີບດ່ວນ ເພື່ອໃຫ້ການເຄື່ອນໄຫວທ່ອງທ່ຽວເປັນປົກກະຕິ ແລະ ພັດທະນາຄື: ເປີດກ້ວາງການຕະຫຼາດທ່ອງທ່ຽວຈຸດສຸມ, ກະຕຸກຊຸກຍູ້ຄວາມຕ້ອງການທ່ອງທ່ຽວພາຍໃນປະເທດ ກັບລາຍການ “ຊາວຫວຽດນາມບຸລິມະ ສິດໄປທ່ອງທ່ຽວ ຫວຽດນາມ”.