(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ ອູຣູກວາຍ ສືບຕໍ່ມີສຽງເວົ້າສະໜັບສະໜູນ ເພື່ອຊຸກຍູ້ວິວັດການໃຫ້ຄຳປຶກສາພາຍໃນລະຫວ່າງບັນດາສະມາຊິກກຸ່ມຕະຫຼາດລວມ ອາເມລິກາໃຕ້
(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານປະທານາທິບໍດີ Luis Lacalle Pou) |
ໃນຂອບເຂດການຢ້ຽມຢາມ ສ. ອູຣູກວາຍ ຢ່າງເປັນທາງການ, ຕອນເຊົ້າວັນທີ 27 ເມສາ, ຢູ່ນະຄອນຫຼວງ Montevideo, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານປະທານາທິບໍດີ Luis Lacalle Pou.
ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບ ອູຣູກວາຍ; ສະເໜີໃຫ້ ອູຣູກວາຍ ສືບຕໍ່ມີສຽງເວົ້າສະໜັບສະໜູນ ເພື່ອຊຸກຍູ້ວິວັດການໃຫ້ຄຳປຶກສາພາຍໃນລະຫວ່າງບັນດາສະມາຊິກກຸ່ມຕະຫຼາດລວມ ອາເມລິກາໃຕ້ (MERCOSUR) ແລະ ພ້ອມກັບ ຫວຽດນາມ ເລີ່ມດຳເນີນການເຈລະຈາສັນຍາການຄ້າເສລີ ຫວຽດນາມ - MERCOSUR ໃຫ້ສຳເລັດໂດຍໄວ, ເພື່ອເປີດກວ້າງ ແລະ ຍົກສູງການແລກປ່ຽນການຄ້າ 2 ຝ່າຍໃຫ້ສອດຄ່ອງກັບລະດັບການພົວພັນດ້ານການເມືອງອັນດີງາມຂອງ 2 ປະເທດ.
ສ່ວນທ່ານປະທານາທິບໍດີ Luis Lacalle Pou ປາດຖະໜາວ່າ, 2 ຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມສຳພັນ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກະຊວງ, ຂະແໜງການ, ພົບປະແລກປ່ຽນປະຊາຊົນ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກວ່າອີກ. ທ່ານສະແດງຄວາມປາດຖະໜາວ່າ ຫວຽດນາມ ຈະມີສຽງເວົ້າສະໜັບສະໜູນ ອູຣູກວາຍ ເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ເປີດສະຖານທູດ ຫວຽດນາມ ປະຈຳ Montevideo, ອູຣູກວາຍ ໂດຍໄວ…
ຕໍ່ຈາກນັ້ນ, ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍ່ໄດ້ຕ້ອນຮັບທ່ານຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ອູຣູກວາຍ Nicolas Albertoni; ຕ້ອນຮັບຜູ້ຮັກສາການເຈົ້າຂອງນະຄອນ Montevideo Mauricio Zunino ເຊັ່ນດຽວກັນ.