ຍາມໃດນະຄອນໂຮ່ຈິມິນກໍ່ສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ

ຍາມໃດນະຄອນໂຮ່ຈິມິນກໍ່ສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ - ảnh 1
ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈິ​ມິນ ດິງ​ລາ​ທັງ
​ຕ້ອນ​ຮັບ​ທ່ານ Kim Hack Yong
(ພາບ: TTXVN)

(vovworld) - ຍາມ​ໃດນະ​ຄອນ​ໂຮ່​ຈິ​ມິນ​ກໍ່​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ. ນີ້​ແມ່ນ​ຄຳ​ຢ​ືນ​ຢັນ​ຂອງ​ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈິ​ມິນ ດິງ​ລາ​ທັງ ທີ່​ການ​ຕ້ອນ​ຮັບ​ທ່ານ Kim Hack Yong, ສະ​ມາ​ຊິກ​ລັດ​ຖະ​ສະ​ພາ, ປະ​ທານ​ສະ​ມາ​ຄົມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ສ.ເກ​ົາ​ຫຼີ - ຫວຽດ​ນາມ ໃນ​ຕອນ​ບ່າຍ​ວັ​ນ​ທີ 25/04. ທີ່​ການ​ຕ້ອນ​ຮັບ, ທ່ານ ດິງ​ລາ​ທັງ ໄດ້​ແບ່ງ​ປັນ​ວ່າ, ໃນ​ຊຸມ​ປີ​ຜ່ານ​ມາ, ດ້ວຍ​ຜົນ​ສຳ​ເລັດ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ນະ​ຄອນ, ບັນ​ດາ​ນັກ​ລົງ​ທຶນ​ສ.ເກົາ​ຫຼີ ໄດ້​ມີ​ການ​ປະ​ກອບ​​ຢ່າງ​ແນ່ນອນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ນະ​ຄອນ. ພ້ອ​ມ​ກັນ​ນັ້ນ, ສ.ເກົ​າ​ຫຼີ ແລະ ນະ​ຄອນ​ໂຮ່​ຈິ​ມິນ ​ກໍມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​​​ຮ່ວມ​ມື​ຫຼາຍ​ຢ່າງໃນ​ຂົງ​ເຂດ​ຕ່າງໆ​ເຊິ່ງຕ້ອງ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ຢ່າງ​ແຮງກວ່າ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ ດິງ​ລາ​ທັງ ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຖາ​ນະ​ຕ​ຳ​ແໜ່ງ​ຂອງ​ຕົນ, ທ່ານ Kim Hack Yong ຈະ​ສືບ​ຕໍ່​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​​ເພື່ອ​ແນ​ໃສ່​ຍົກ​ສ​ູງ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ເວົ້າ​ລວມ ແລະ ນະ​ຄອນ​ໂຮ່​ຈິ​ມິນ ກັບ ສ.ເກົາ​ຫຼີ ເວົ້າ​ສະ​ເພາະ.

        ສ່ວນ​ທ່ານ Kim Hack Yong, ກໍ່ສະ​ແດງ​ຄວາມ​ຫວັງ​ວ່າ, ການ​ນຳ​ນະ​ຄອນ​ໂຮ່​ຈິ​ມິນ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກກວ່າ​ອີກ ​ໃຫ​້​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຄົມ​ຊາວ​ສ.ເກົາ​ຫຼີ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ທີ່ນີ້.

ຂ່າວ/ບົດ​ອື່ນ