ຍາມໃດຫວຽດນາມກໍຖືການພັດທະນາການພົວພັນຮ່ວມມືກັບຈີນເປັນສຳຄັນ

ຍາມໃດຫວຽດນາມກໍຖືການພັດທະນາການພົວພັນຮ່ວມມືກັບຈີນເປັນສຳຄັນ - ảnh 1
ທ່ານ ຫງວຽນ​ວັນ​ເທີ, ເອກ​ອັກ​ຄະ​ລັດ​ຖະ​ທູດ
ຫວຽດ​ນາມ ປະ​ຈຳ​ຈີນ
ພາບ:dangcongsan.vn

(vovworld)- ​ທີ່​ການ​ປະ​ຊຸມ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 14/1, ຢູ່ ປັກ​ກີ່ງ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ(18/1/1950), ທ່ານ ຫງວຽນ​ວັນ​ເທີ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ຈີນ ໄດ້​ເນັ້ນ​ຫນັກ​ວ່າ: ຍາມ​ໃດ​ຫວຽດ​ນາມ ກໍ​ຖື​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ຈີນ ເປັນ​ສຳ​ຄັນ. ນີ້​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ບຸ​ລິມ​ະ​ສິດ​ຕົ້ນ​ຕໍ, ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ ແລະ ຍາວ​ນານ ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂ​ອງ​ຫວຽດ​ນາມ.ຕາມ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ວັນ​ເທີ ແລ້ວ, ປີ 2014, ການ​ຮ່ວມ​ມື​ເສດ​ຖະ​ກິດ ການ​ຄ້າ ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະເທດ ດ້ວຍຍອດ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ຄາດ​ວ່າ ບັນ​ລຸ 58,5 ຕື້ USD ເພີ່ມ​ຂຶ້ນ 16% ເມື່ອ​ທຽ​ບ​ໃສ່​ປີ 2013. ປີ 2015 ຫວຽດ​ນາມ ແລະ ຈີນ ສະ​ເຫລີມ​ສະ​ຫລອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ນີ້​ແມ່ນ​ໂອ​ກາດ​ສຳ​ຄັນ​ເພື່ອ​ໃຫ້​ສອງ​ປະ​ເທດ​ຍົກ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່.

ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ສອງ​ຝ່າຍ​ຄວນ​ສືບ​ຕໍ່​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ເຄົາ​ລົບ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ກັນ ແລະ ກົດ​ໝາຍ​ສາ​ກົນ.

ຂ່າວ/ບົດ​ອື່ນ