ຍາມໃດຫວຽດນາມກໍຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບສ.ສະຫະພັນເຢຍລະມັນ

ຍາມໃດຫວຽດນາມກໍຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບສ.ສະຫະພັນເຢຍລະມັນ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ​ຕ້ອນ​ຮັບ​ທ່ານ Thomas Oppermann
(ພາບ: TTXVN)


(vovworld) –​ ວັນ​ທີ 29/02, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Thomas Oppermann, ປະ​ທານ​ຄະ​ນະ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ພັກ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ (PSD) ຢູ່​ສະ​ພາ​ແຫ່ງ​ຊາດ​ເຢຍ​ລະ​ມັນ. ທ່ານ ຫງວຽນ​ທ້ຽນ​ເຍີ​ນ ຊີ້​ແຈ້ງວ່າ, ຍາມ​ໃດ​ຫວຽດ​ນາມ ກໍ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍ​ຸດ​ທະ​ສາດ​ກັບ​ເຢຍ​ລະ​ມັນ. ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ເຢຍ​ລະ​ມັນ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ນັບ​ແຕ່ເດື​ອ​ນ 10/2011 ແລະ ກ້າວ​ເຂົ້າ​ສູ່​ປີ​ທີ 5 ພ​ວມ​ໄດ້​ຮັບ​ການ​ພັດ​ທະ​ນາ​ນັບ​ທັງ​ລວງກວ້າງ ແລະ ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ…ທ່ານ ຫງວຽນ​ທ້ຽນ​ເຍີນ ເນັ້ນ​ໜັກ​ວ່າ, ສ.ສະ​ຫະ​ພັນ​ເຢຍ​ລະ​ມັນ ແມ່ນ​ຄູ່​ຮ່ວມ​ມື​ໃຫ​ຍ່​ທີ່​ສຸດ ແລະ ມີ​ປະ​ສິດ​ທິ​ຜົນ​ທ່​ີ​ສຸດ​ຂອງ​ຫວຽດ​ນາມ ໃນ​ຂົງ​ເຂດ​ສຶຶກ​ສາ​ບຳ​ລຸງ​ສ້າງ, ວ​ິ​ທະ​ຍາ​ຍາດ ແລະ ເຕັກ​ໂນ​ໂລ​ຊ​ີ…

      ສ່ວນ​ທ່ານ Thomas Oppermann ໃຫ້​ຮູ້​ວ່າ, ດ້ວຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ຄື​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ - ເຢຍ​ລະ​ມັນ ແລະ ໃນ​ໄລ​ຍ​ຈະ​ມາ​ເຖິງ​ແມ່ນ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ 2 ຝ່າຍ​ເຢຍ​ລະ​ມັນ - ຫວຽດ​ນາມ ໄດ້​ຮັບ​ການ​ສ້າງ​ຕັ້ງ ບົນ​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລ​ະ ກັນ, ລະ​ບົບ​ກົດ​ໝາຍ​ປອດ​ໄພ ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ລົງ​ທຶນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ເຢຍ​ລະ​ມັນ ເຂົ້າ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ