ຍາມໃດຫວຽດນາມກໍ່ຖືເປັນສຳຄັນແລະພັດທະນາການພົວພັນອັນດີງາມກັບປະເທດຄູ່ຮ່ວມມື

ຍາມໃດຫວຽດນາມກໍ່ຖືເປັນສຳຄັນແລະພັດທະນາການພົວພັນອັນດີງາມກັບປະເທດຄູ່ຮ່ວມມື - ảnh 1
(​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) - ຕອນ​ບ່າຍ​ວັນ​ທີ 10/9, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຈັດ​ຕັ​້ງການ​ປະຊຸມ​ຂ່າວ​ນັດ​ສາມັນ, ລາຍ​ງານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ຕອບ​ບັນດາ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​​ບັນຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ.

        ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ, ຫວ່າງ​ແລ້ວ​ນີ້, ສື່​ມວນ​ຊົນ​ ຟີ​ລິບ​ປິນ​ ໃຫ້​ຂ່າວ​ວ່າ, ຟີ​ລິບ​ປິນ ປາຖະໜາ​ຢາກ​ຍົກ​ລະດັບ​ການ​ພົວພັນ​ກັບ​ຫວຽດນາມ​ ໃຫ້​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ, ​ໃຫ​້ຮູ້​ວ່າ:

        “​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ ຮ່ວມ​ມື ​ແລະ ພັດທະນາ, ຫັນ​ເປັນ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ​ເຊື່ອມ​ໂຍງ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ຂອງ​ຫວຽດນາມ, ຍາມ​ໃດ​ພວກ​ຂ້າພະ​ເຈົ້າ​ກໍ່​ຖື​ເປັນ​ສຳຄັນ ​ແລະ ພັດທະນາ​ການ​ພົວພັນ​ອັນ​ດີງາມ​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຫວຽດນາມ, ​ແລະ ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື. ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ. ພິ​ເສດ, ​ໃນ​ນັ້ນ​ພວກ​ຂ້າພະ​ເຈົ້າ​ໄດ້​ເນັ້ນ​ໜັກ​ເຖິງ​ສາຍ​ພົວພັນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ກໍ່​ຄື​ໃນ​ອາ​ຊຽນ. ​ໃນ​ການ​ພົວພັນ​ກັບ​ຟີ​ລິບ​ປິນ, ພວກ​ຂ້າພະ​ເຈົ້າ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ດັ່ງກ່າວ ​ແລະ ​ເຊື່ອ​ໝັ້ນ​ວ່າ ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ຟີ​ລິບ​ປິນ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ​ພັດທະນາ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ກໍ່​ຄື​ອາຊີ - ປາຊີ​ຟິກ“.

ຂ່າວ/ບົດ​ອື່ນ