ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງຫວຽດນາມ - ສ.ເກົາຫຼີ ໃຫ້ເລິກເຊິ່ງກວ່າ
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ
ທ່ານນາງປະທານາທິບໍດີສ.ເກົາຫຼີ Park Geun hye
(ພາບປະກອບ)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານາທິບໍດີສ.ເກົາຫຼີ Park Geun hye, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຈະໄປຢ້ຽມຢາມທາງລັດຖະກິດເຖິງ ສ.ເກົາຫຼີ ແຕ່ວັນທີ 01 – 04/10.
ພາຍຫຼັງ 22 ປີ ນັບແຕ່ສ້າງຕັ້ງການພົວພັນທາງການທູດເທື່ອປີ 1992 ແລະ ພິເສດ ພາຍຫຼັງ 5 ປີ, ນັບແຕ່ຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມື, ຮ່ວມມືຍຸດທະສາດ” ໃນປີ 2009, ການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ໄດ້ຮັບການພັດທະນາຢ່າງແຮງ. ຮອບດ້ານ ແລະ ນັບມື້ນັບກ້າວເຂົ້າສູ່ລວງເລິກ.
ກ່ຽວກັບດ້ານການເມືອງ, 2 ປະເທດຮັກສາບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງເປັນປະຈຳ.
ກ່ຽວກັບດ້ານເສດຖະກິດ, ສ.ເກົາຫຼີ ສືບຕໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດສຳຄັນອັນດັບໜຶ່ງຂອງຫວຽດນາມ. ພາຍຫຼັງຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດ”, ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດມີບັນດາບາດກ້າວພັດທະນາຢ່າງແຮງ ແລະ ຮອບດ້ານ.
ກ່ຽວກັບດ້ານວັດທະນະທຳ - ການສຶກສາ, 2 ປະເທດໄດ້ລົງນາມໃນສັນຍາວັດທະນະທຳ, ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືທາງດ້ານວັດທະນະທຳສິລະປະ, ກິລາ ແລະ ທ່ອງທ່ຽວ ພ້ອມກັບບັນດາຂໍ້ຕົກລົງຮ່ວມມືດ້ານການສຶກສາ, ພົບປະແລກປ່ຽນຊາວໜຸ່ມ.
ການຢ້ຽມຢາມສ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເພື່ອແນໃສ່ຍູ້ແຮງການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ສ.ເກົາຫຼີ ໃຫ້ເລິກເຊິ່ງກວ່າອີກ ດ້ວຍຈຸດສຸມແມ່ນເພີ່ມທະວີການຮ່ວມມືດ້ານເສດຖະກິດ, ພ້ອມທັງເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດອື່ນໆ.