ຍູ້ແຮງການຮ່ວມມືກັບບັນດາປະເທດໃນຂົງເຂດກົດໝາຍ ແລະ ຕຸລາການ

ຍູ້ແຮງການຮ່ວມມືກັບບັນດາປະເທດໃນຂົງເຂດກົດໝາຍ ແລະ ຕຸລາການ - ảnh 1
ກະ​ຊວງ​ຍຸດ​ຕິ​ທຳ​ຫວຽດ​ນາມ ແລະ ລາວ​ເຊັນ​ສັນ​ຍາ​ຮ່ວມ​ມື​ໄລ​ຍະ 2015-2020

 (vovworld)-  ທີ່​ການ​ພົບ​ປະ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ອຸ​ປະ​ທູດ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ນັກ​ອຸ​ປະ​ຖຳ​ຕ່າງ​ປະ​ເທດປະ​ຈຳ​ຫວຽດ​ນາມ​ໃນ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ກົດ​ໝາຍ ແລະ ຕຸ​ລາ​ການ ເມື່ອ​ຕອນ​ຄ່ຳ​ວັນ​ທີ 6/3 ຢູ່​ຮ່າ​ໂນ້ຍ, ທ່ານ​ລ​ັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ຍຸດ​ຕິ​ທຳ​ຫວຽດ​ນາມຮ່າ​ຮຸ່ງ​ເກືອງ ​ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ​່ວມ​ມື ຊຶ່ງ​ບັນ​ດາ​ປະ​ເທດ​ໄດ້​ສະ​ຫງວນ​ໃຫ້​ຫວຽດ​ນາມ​ໃນ​ຂົງ​ເຂດ​ກົດ​ໝາຍ, ຕຸ​ລາ​ການ. ຕາມ​ທ່ານ ລ​ັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ຍຸດ​ຕິ​ທຳ​ຫວຽດ​ນາມ ແລ້ວ, ໃນ​ປີ​ທີ່​ຜ່ານ​ມາ, ລັດ​ຖະ​ບານ​ຫວຽດ​ນາມ​ໄດ້​ຜັນ​ຂະ​ຫຍາຍຫຼາຍ​ວິ​ທີ​ການ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່, ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ, ໃນ​ນັ້ນ, ມີ​ການ​ປະ​ກອບ​ສ່ວນ​ທີ່​ນັບ​ມື້​ນັບ​ຕັ້ງ​ໜ້າ​ຂອງວຽກ​ງານ​ກົດ​ໝາຍ ແລະ ຕຸ​ລາ​ການ. ລ​ັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ຍຸດ​ຕິ​ທຳ​ຫວຽດ​ນາມ ທ່ານ​ຮ່າ​ຮຸ່ງ​ເກືອງ ປາ​ຖະ​ໜາວ​່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ແບ່ງ​ປັນ​ບົດ​ຮຽນ,  ແລະ ການ​ໜູນ​ຊ່ວຍ​ຈາກ​ປະ​ເທດ​ຕ່າງໆ​ໃນຂົງ​ເຂດ​ກົດ​ໝາຍ ແລະ ຕຸ​ລາ​ການ.

ຂ່າວ/ບົດ​ອື່ນ