ຍູ້ແຮງການຮ່ວມມືທຸກດ້ານລະຫວ່າງຫວຽດນາມ - ອິນເດຍ

ຍູ້ແຮງການຮ່ວມມືທຸກດ້ານລະຫວ່າງຫວຽດນາມ - ອິນເດຍ - ảnh 1
ການເຄື່ອນໄຫວຂອງທ່ານ​ນາຍົກລັດຖະມົນຕີ
ຫງວຽນ​ເຕິ​ນຢຸງ ຢູ່ອິນ​ເດຍ
(ພາບ: tgvn.com.vn)

(vovworld) - ຕອນ​ຄຳ່​ວັນ​ທີ 21/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ກັບ​ເມືອ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ອິນ​ເດຍ ​ເຊິ່ງຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ນິວ​ເດ​ລີ, ປະ​ເທດ​ອິນ​ເດຍ ຢ່າງ​ຈົບງາມ. ຂີດ​ໝາຍ​ສຳຄັນ​ທີ່​ສຸດ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ຖະ​ແຫຼ​ງການ​ຍົກ​ລະດັບ​ການ​ພົວພັນ​ອາ​ຊຽນ - ອິນ​ເດຍ ຈາກ​ຄູ່​ເຈລະຈາ ຂຶ້ນ​ເປັນຄູ່​ຮ່ວມ​ມືຍຸດ​ທະ​ສາດ. ທ່ານ​ລັດຖະມົນຕີ​ຊ່ວຍ​ການ​ຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວິ​ງ, ​ໃຫ້​ຮູ້​ວ່າ:

”ອາຊຽນ - ອິນ​ເດຍ ​ໄດ້​ສຳ​ເລັດ​ການ​ເຈລະຈາ ສັນຍາ 2 ສະບັບ​ຄື: ສັນຍາ​ການ​ຄ້າ​ການ​ບໍລິການ ​ແລະ ສັນຍາ​ລົງທຶນ, ສິ່ງ​ດັ່ງກ່າວ​ຈະ​ສ້າງ​ພື້ນຖານ ​ເພື່ອ​ກາຍ​ເປັນ​ເຂດ​ການ​ຄ້າ​ເສລີ​ຢ່າງຮອບດ້ານ​ລະຫວ່າງ​ອາ​ຊຽນ ​ແລະ ອິນ​ເດຍ​ໂດຍ​ໄວ. ທັງ​ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​​ເງື່ອນ​ໄຂ​ຕ່າງໆ​ເພື່ອ​ຊຸກຍູ້​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການທ່ອງທ່ຽວ, ກ່ອນ​ອື່ນ​ໝົດ​ແມ່ນ​ສຸມ​​ແຫຼ່ງກຳລັງ​ເພື່ອ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ ອາ​ຊຽນ - ອິນ​ເດຍ ຜ່ານ​ການ​ຍູ້​ແຮງ​ບັນດາ​ໂຄງການ​ເຊື່ອມ​ຈອດ​ອິນ​ເດຍ - ​ແມ່​ຂອງ…”

ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອິນ​ເດຍ, ສອງ​ປະ​ເທດ​ກໍ່​ຕັດສິນ​ໃຈ​ຊຸກຍູ້​ການ​ຮ່ວມ​ມື​ໃນ 5 ​ເສົາ​ຄ້ຳ​ຕົ​້ນຕໍ່. ທັງ​ສອງ​ປະ​ເທດ​ກໍ່​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

 

ຂ່າວ/ບົດ​ອື່ນ