ຍູ້ແຮງການຮ່ວມມືລະຫວ່າງຕຳຫລວດ ເຊີນລາ ແລະ ຕຳຫລວດບັນດາແຂວງພາກເໜືອຂອງ ລາວ

(VOVWORLD) - ນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບຮ່ວມມື ຫວຽດນາມ - ລາວ (18/07/1977 – 18/07/2017)
ຍູ້ແຮງການຮ່ວມມືລະຫວ່າງຕຳຫລວດ ເຊີນລາ ແລະ ຕຳຫລວດບັນດາແຂວງພາກເໜືອຂອງ ລາວ - ảnh 1 ຍູ້ແຮງການຮ່ວມມືລະຫວ່າງຕຳຫລວດ ເຊີນລາ ແລະ ຕຳຫລວດບັນດາແຂວງພາກເໜືອຂອງ ລາວ (ພາບ: TTXVN)


ວັນທີ 03/05, ອົງການຕາງໜ້າກະຊວງປ້ອງກັນຄວາມສະຫງົບ ລາວ ປະຈຳ ຫວຽດນາມ ແລະ ຕຳຫລວດບັນດາແຂວງພາກເໜືອຂອງ ລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຕຳຫລວດແຂວງ ເຊີນລາ. ທີ່ການເຮັດວຽກ, ບັນດາຝ່າຍຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງຕຳຫລວດ ເຊີນລາ ກັບຕຳຫລວດບັນດາແຂວງພາກເໜືອ ລາວ. ກຳລັງຕຳຫລວດ 2 ຝ່າຍໃຫ້ຄຳໝັ້ນສັນຍາຢຶດໝັ້ນຫຼັກໝັ້ນ, ທັດສະນະປ້ອງກັນພັກ, ປ້ອງກັນລັດ, , ປ້ອງກັນປະຊາຊົນ, ປ້ອງກັນລະບອບ ແລະ ໝາກຜົນແຫ່ງການປະຕິວັດ; ປັບປຸງຢ່າງບໍ່ຢຸດຢັ້ງ, ສືບຕໍ່ເພີ່ມທະວີ ແລະ ນຳການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່. 

ຕອບກັບ

ຂ່າວ/ບົດ​ອື່ນ