(vovworld) - ຕອນເຊົ້າວັນທີ 3/12, ຢູ່ແຂວງຮ່ານາມ, ຄະນະປະຕິບັດງານຂອງຄະນະເລຂາສູນກາງພັກ ໂດຍທ່ານ ດິງເທ໋ຮີງ (Dinh The Huynh), ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວນ້າຄະນະໂຄສະນາສຶກສາສູນກາງ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບຄະນະປະຈຳພັກແຂວງຮ່ານາມ ກ່ຽວກັບການປະຕິບັດຄຳສັ່ງຊີ້ນຳຂອງກົມການເມືອງກ່ຽວກັບການ “ສືບຕໍ່ຍູ້ແຮງການປະຕິບັດຕາມແບບຢ່າງ ແລະ ຄຸນສົມບັດຂອງປະທານໂຮ່ຈິມິນ”. ທ່ານ ດິງເທ໋ຮີງ ໄດ້ຖືວ່າ, ຈຸດທີ່ພົ້ນເດັ່ນຂອງແຂວງຮ່ານາມ ສະແດງອອກຢູ່ບ່ອນວ່າ ໄດ້ສຸມໃສ່ຊີ້ນຳການແຈ້ງວຽກງານ “ປະຕິບັດຕາມແບບຢ່າງ ແລະ ຄຸນສົມບັດຂອງປະທານໂຮ່ຈິມິນ” ຂອງພະນັກງານ, ສະມາຊິກພັກ ຕາມພາລະໜ້າທີ່, ບົດບາດທີ່ຕັ້ງຂອງແຕ່ລະຄົນ. ທ່ານດິງເທ໋ຮີງ ໄດ້ຕັກເຕື່ອນວ່າ ປີ 2013, ບັນດາຂັ້ນ, ຂະແໜງການ ແລະ ທ່ອງຖິ່ນຕ່າງໆຂອງແຂວງຮ່ານາມ ຕ້ອງກຳນົດການຮໍ່າຮຽນ, ພິເສດແມ່ນປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ ຢູ່ບັນດາຂະບວນການມະຫາຊົນ, ປະຊາທິປະໄຕ; ຍົກສູງໜ້າທີ່ເປັນແບບຢ່າງ, ພິເສດແມ່ນການນຳຫຼັກແຫຼ່ງທຸກຂັ້ນ. ບັນດາຄະນະພັກ ສືບຕໍ່ນຳເຂົ້າການດຳເນີນຊີວິດເປັນປະຈຳຢ່າງແທດຈິງໃນທົ່ວອົງຄະນະພັກ, ເອົາໃຈໃສ່ຊີ້ນຳການເຂົ້າຮ່ວມເສັງຊິງລາງວັນປະດິດສ້າງ, ໂຄສະນາເຜີຍແຜ່, ບັນດາບົດປະພັນວັນນະຄະດີສີລະປະ ແລະ ບົດໜັງສື່ພິມກ່ຽວກັບຫົວເລື່ອງ “ສືບຕໍ່ຍູ້ແຮງການປະຕິບັດຕາມແບບຢ່າງ ແລະ ຄຸນສົມບັດຂອງປະທານໂຮ່ຈິມິນ”.