ຍູ້ແຮງບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ ສິນຄ້າຫວຽດນາມ“
(ພາບ: hiephoidoanhnghiep.vn/ )
(vovworld) –ຕອນເຊົ້າວັນທີ 8/10, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງບັ້ນຂົນຂວາຍ “ຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ“ ໄດ້ຈັດກອງປະຊຸມກະກຽມສະຫລຸບ 5 ປີແຫ່ງການປະຕິບັດບັ້ນຂົນຂວາຍ ແລະ ປຶກສາຫາລືບັນດາມາດຕະການຜັນຂະຫຍາຍໃນໄລຍະຕໍ່ໄປ. ທີ່ກອງປະຊຸມ, ບັນດາສະມາຊິກຂອງຄະນະຊີ້ນຳຖືກວ່າ: ໃນໄລຍະຈະມາເຖິງຕ້ອງເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງວິສາຫະກິດເພື່ອຜະລິດບັນດາຜະລິດຕະພັນ, ສິນຄ້າ, ການບໍລິການຮັບປະກັນຄຸນນະພາບ, ຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ສອຍ. ທ່ານຫວຸ້ຕຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຖືວ່າ:
“ຍົກສູງຄວາມສາມາດແກ່ງແຍ້ງຂອງສິນຄ້າຫວຽດນາມ, ນີ້ແມ່ນບັນຫາຕົ້ນຕໍຕ້ອງບຸລິມະສິດ. ຄຽງຄູ່ການປຸກລະດົມຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດ ນາມ, ສິ່ງສຳຄັນກ່ວານັ້ນແມ່ນການປຸກລະດົມບັນດາວິສາຫະກິດຫວຽດນາມ ຜະລິດສິນຄ້າຫວຽດນາມ ທີ່ມີຄຸນນະພາບສູງສຸດ“./.