(vovworld) - ວັນທີ 4/5, ຢູ່ຮ່າໂນ້ຍ, ກຳມະບານລັດຖະກອນຫວຽດນາມໄດ້ຈັດຕັ້ງກອງປະຊຸມ ໂຄສະນາ “ເດືອນກຳມະກອນ” ແລະ ສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງ ລາຍການຂ່າວ ກຳມະບານ ລັດຖະກອນຫວຽດນາມ. ໃນ “ເດືອນກຳມະກອນ” ເລີ່ມແຕ່ວັນທີ 1/5, ກຳມະບານລັດຖະກອນຫວຽດນາມຈະໂຄສະນາກ່ຽວກັບປະຫວັດສາດຂອງປະເທດຊາດ, ມູນເຊື້ອຕໍ່ສູ້ປະຕິວັດຂອງຊົນຊັ້ນກຳມະກອນ, ອົງການກຳມະບານຫວຽດນາມ, ຂົນຂວາຍພະນັກງານພາລະກອນ, ລັດຖະກອນ, ສະມາຊິກກຳມະບານ ຮ່ຳຮຽນ ແລະ ຕັ້ງໜ້າປະຕິບັດມະຕິສູນກາງພັກຄັ້ງທີ 4 (ຊຸດທີ 11) ກ່ຽວກັບການກໍ່ສ້າງພັກ, ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ພິເສດແມ່ນການຜັນຂະຫຍາຍປະຕິບັດກົດໝາຍວ່າດ້ວຍກຳມະບານ, ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ ແລະ ເພີ່ມເຕີມ). ເສີມຂະຫຍາຍບົດບານປະຈັນບານຂອງຊົນຊັ້ນກຳມະບານໃນພາລະກິດເຫັນປະເທດເປັນອຸດສາຫະກຳ - ທັນສະໄໝ ກໍແມ່ນເນື້ອໃນໄດ້ຮັບການໂຄສະນາໃນເດືອນກຳມະກອນ. ທີ່ກອງປະຊຸມ, ກຳມະບານລັດຖະກອນຫວຽດນາມກໍໄດ້ຈັດຕັ້ງການສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງລາຍການຂ່າວກຳມະບານ ແລະ ມອບໃບຍ້ອງຍໍຂອງຄະນະບໍລິຫານງານກຳມະບານລັດຖະກອນຫວຽດນາມ ໃຫ້ແກ່ 1 ໝູ່ຄະນະ ແລະ 9 ບຸກຄົນ ທີມີຜົນງານດີເດັ່ນໃນວຽກງານໂຄສະນາ, ກໍ່ສ້າງກຳມະບານໝັ້ນຄົງ.