ຍູ້ແຮງວຽກງານກວດກາ ຂອງລັດໃນ 6 ເດືອນທ້າຍປີ 2013

ຍູ້ແຮງວຽກງານກວດກາ ຂອງລັດໃນ 6 ເດືອນທ້າຍປີ 2013 - ảnh 1
(ພາບ:
thanhtrahatinh.gov.vn)

(vovworld)-  ກອງ​ປະຊຸມ​ໂດຍ​ກົງ​ທາງ​ເຄືອ​ຂ່າ​ຍອິນ​ເຕີ​ເນັດ ສະຫລຸບ​ວຽກງານ​ໃນ 6 ​ເດືອນ​ຕົ້ນປີ ​ແລະ ວາງ​ອອກ​ທິດ​ທາງ, ໜ້າ​ທີ່​ປະຕິບັດ​ງານ​ໃນ 6 ​ເດືອນ​ທ້າຍ​ປີ 2013 ຂອງ​ຂະ​ແໜງ​ກວດກາຂອງ​ລັດ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າວັນ​ທີ 16/7 ຢູ່​ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າຮ່ວມຂອງຜູ້ຕາງໜ້າ 63 ​ແຂວງ ນະຄອນ​ໃນ​ທົ່ວ​ປະ​ເທດ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ວ່າ: ​ເບິ່ງ​ລວມ​ແລ້ວ, ວຽກ​ງານ​ກວດກາໃນ 6 ​ເດືອນ​ຕົ້ນປີສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ສ້າງ​ບັນດາ​ການ​ຫັນປ່ຽນ. ພິ​ເສດ, ວຽກງານ​ກວດກາ, ຕ້ອນຮັບ ປຊຊ, ​ແກ້​ໄຂ​ໃບ​ຮ້ອງ​ຂໍ, ຮ້ອງທຸກ, ກ່າວ​ຟ້ອງ ​ແລະ ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ. ​ໃນ 6 ​ເດືອນ​ທ້າຍ​ປີ, ຂະ​ແໜງ​ກວດ​ກາ​ຂອງ​ລັດ​ສືບ​ຕໍ່​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວກວດກາ​ສະ​ເພາະ. ທ່ານ​ເລ​ຕຽນ​ຮ່າວ, ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ ​ເນັ້ນໜັກ​ວ່າ:

  ”​ໃນ 6 ​ເດືອນ​ທ້າຍ​ປີ, ຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ກວດກາ ຕິດ​ພັນ​ກັບ​ແຜນການ​ກວດກາ​ກະທັນຫັນ​ເມື່ອ​ມີ​ສັນຍານ​ລະ​ເມີດ. ​ເພີ່ມ​ທະວີ​ການ​ຊີ້​ນຳ, ກວດກາ, ຕິດຕາມ​ກວດກາ​ສຳລັບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຄະນະ​ກວດກາ, ຮັບປະກັນ​ໃຫ້ການ​ກວດກາ​ມີ​ຄຸນ​ນະພາ​ບ, ມີ​ປະສິດທິ​ຜົນ, ຖືກຕ້ອງ​ຕາມ​ລະດັບ​ຄວາມ​ໄວ. ສຸມ​ໃສ່​ແກ້​ໄຂ​ບັນດາ​ເຫດການ​ສັບສົນ, ​ແກ່ຍາວ. ຈັດຕັ້ງຂະ​ບວນການ​ແຂ່ງຂັນ​ເພື່ອ​ແນ​ໃສ່​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ປີ 2013 ຢ່າງ​ມີ​ໄຊ”.

 

 

ຂ່າວ/ບົດ​ອື່ນ