ຍູ້ແຮງວຽກງານເບິ່ງແຍງດູແລ ແລະ ເສີມຂະຫຍາຍ ບົດບາດຂອງຜູ້ມີອາຍຸສູງ

ຍູ້ແຮງວຽກງານເບິ່ງແຍງດູແລ ແລະ ເສີມຂະຫຍາຍ ບົດບາດຂອງຜູ້ມີອາຍຸສູງ - ảnh 1
ກອງ​ປະຊຸມກ່ຽວ​ກັບ​ຜູ້​ມີ​ອາຍຸ​ສູງ​ຫວຽດນາມ
(ພາບ: qdnd.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 20 ສິງຫາ, ຢູ່​ສຳ​ນັກ​ງານ​ລັດຖະບານ, ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຜູ້​ມີ​ອາຍຸ​ສູງ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຕີ​ລາຄາ​ການ​ປະຕິບັດ​ໂຄງການ​ປະຕິບັດ​ງານ​ໃນ​ຊຸມ​ເດືອນຕົ້ນ​ປີ ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ແຕ່​ນີ້​ຮອດ​ທ້າຍ​ປີ 2013. ບົດ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຜູ້​ມີ​ອາຍຸ​ສູງ​ຫວຽດນາມ ຊີ້​ແຈ້ງວ່າ​: ວຽກ​ງານຜູ້​ມີ​ອາຍຸ​ສູງ​ ​ໄດ້​ຮັບ​ການ​​ເອົາ​ໃຈ​ໃສ່ ​ແລະ ຜັນ​ຂະຫຍາຍ​ຢ່າງຮອບດ້ານ, ອຸດົມສົມ​ບູນ ​ແລະ ​​ແທດ​ຈິງ​ຈາກ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ, ບັນດາ​ອົງການ​ສັງຄົມ​. ຍ້ອນ​ເຫດ​ນັ້ນ, ຊີວິດຂອງ​ຜູ້​ມີ​ອາຍຸ​ສູງ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​​ແລ​ດີກ​ວ່າ ນັບ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ. ຜູ້​ມີ​ອາຍຸ​ສູງ​ນັບ​ມື້​ນັບ​ມີ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ​ຢູ່​ທ້ອງ​ຖິ່ນ, ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ສັງຄົມ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ໂດຍ​ກົງ ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ​ກົດ​ໝາຍວ່າ​ດ້ວຍ​ຜູ້​ມີ​ອາຍຸ​ສູງ, ກວດກາການ​ປະຕິບັດ​ນະ​ໂຍບາຍ​ສຳລັບ​ຜູ້​ມີ​ອາຍຸ​ສູງ, ຮັບປະກັນ​ບັນດາ​ນະ​ໂຍບາຍ​ຖືກ​ກັບ​ເປົ້າ​ໝາຍ; ຍູ້​ແຮງ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຜູ້​ມີ​ອາຍຸ​ສູງ.
ຂ່າວ/ບົດ​ອື່ນ