ເຂດອຸດສາຫະກຳແຫ່ງຫນຶ່ງ (ພາບປະກອບ:ຈາກ Internet)
|
(vovworld) - ວັນທີ 27/2 ຢູ່ ຮ່າໂນ້ຍ, ກົມລົງທຶນຕ່າງປະເທດ, ສັງກັດກະຊວງແຜນການ ແລະ ການລົງທຶນຫວຽດນາມ ສົມທົບກັບກຸ່ມບໍລິສັດ Forval ປະເທດຍີ່ປຸ່ນ ຈັດຕັ້ງການພົບປະສົນທະນາ “ດຶງດູດວິສາຫະກິດຂະຫນາດກາງ ແລະ ນ້ອຍຂອງຍີ່ປຸ່ນເຂົ້າບັນດາເຂດອຸດສາຫະກຳຫວຽດນາມ.” ປະຈຸບັນ ຍີ່ປຸ່ນຢືນອັນດັບ 4 ໃນຈຳນວນ 92 ປະເທດ ແລະເຂດແຄ້ວນລົງທຶນຢູ່ຫວຽດນາມ ດ້ວຍ 1.670 ໂຄງການ, ຍອດຈຳນວນທຶນແມ່ນ 23,6 ຕຶ້USD. ເຖິງຢ່າງໃດກໍຕາມ, ລະດັບການລົງທຶນຂອງບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍຂອງຍີ່ປຸ່ນເຂົ້າບັນດາເຂດອຸດສາຫະກຳຫວຽດນາມ ບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ. ທ່ານ ເຈີນຢູຍດົງ, ຮອງຫົວຫນ້າກົມຄຸ້ມຄອງບັນດາເຂດເສດຖະກິດ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າວາງອອກບາງມາດຕະການລະອຽດພັດທະນາບັນດາເຂດອຸດສາຫະກຳ ຕ້ອງຕິດພັນກັບການພັດທະນາການວາງແຜນກຳນົດທີ່ກ່ຽວຂ້ອງ, ວາງແຜນຜັງຕົວເມືອງ, ການນຳໃຊ້ທີ່ດິນ, ເຮືອນຢູ່. ພວກຂ້າພະເຈົ້າກໍວາງບັນດາມາດຕະການ, ນະໂຍບາຍສົ່ງເສີມບັນດາເຈົ້າຂອງການລົງທຶນພື້ນຖານໂຄງລ່າງເຂດອຸດສາຫະກຳຕ້ອງກໍ່ສ້າງສຳເລັດພື້ນຖານໂຄງລ່າງໃນເຂດອຸດສາຫະກຳ, ເຮັດແນວໃດໃຫ້ບັນດາເຂດອຸດສາຫະກຳນີ້ບັນລຸມາດຕະຖານທັນສະໄໝ, ແກ້ງແຍ້ງກັບບັນດາເຂດອຸດສາຫະກຳຢູ່ພາຍໃນພາກພື້ນ.”