ຕັ້ງໜ້າລະດົມບັນດາແຫຼ່ງກຳລັງເພື່ອເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ

ຕັ້ງໜ້າລະດົມບັນດາແຫຼ່ງກຳລັງເພື່ອເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ - ảnh 1
ທ່ານ​ນາງ​ຮອ​ງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​​ມີ​ທີ່ມີ​ຄຸນ​ງາມ​ຄວາມ​ດີ​ແຂວງ ເຫົ້າ​ຢາງ 

(vovworld) – ​ ​ຕອນ​ເຊົ້າ​ວັນ​ທີ 12/4, ທີ່​ສຳ​ນັກ​ງານ​ປະ​ເທດ​ປະ​ເທດ, ທ່ານ​ນາງ​ຮອ​ງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​​ມີ​ທີ່ມີ​ຄຸນ​ງາມ​ຄວາມ​ດີ​ແຂວງ ເຫົ້າ​ຢາງ ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ມາ​ຢ້ຽມ​ຢາມ​ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ເຂົ້າ​​​ຂ່ຳ​ນັບສຸ​ສານ​ປະ​ທານ ໂຮ່​ຈີ​ມິນ. ເມື່ອ​ໂອ​້​ລົມ​ກັບ​ຜູ້​ແທນ 400 ຄົນ​ເຊິ່ງ​ແມ່ນ​ແມ່ ຫວຽດ​ນາມ ວິ​ລະ​ຊົນ ແລະ ບັນ​ດາ​ຜູ້​ເຄື່ອນ​ໄຫວຕໍ່​ຕ້ານ​ຜ່ານ​ໄລ​ຍະ​ຕ່າງໆ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ ເຫົ້າ​ຢາງ ແມ່ນ​ເຂດ​ດິນ​ແດນ​ທີ່​ມີ​ມູນ​ເຊື້ອ​​ປະ​ຕິ​ວັດ, ໄດ້​ປະ​ກອບ​ຫຼາຍ​ກຳ​ລັງ​ເຫື່ອ​ແຮງ, ວັດ​ຖຸ​ໃຫ້​ແກ່​ພາ​ລະ​ກິດ​ຕໍ່​ສູ້​ຕ້ານ​ຝ​ຣັ່ງ, ຕ້ານ​ອາ​ເມ​ລິ​ກາ, ເພື່ອປົດ​ປ່ອຍ​ຊາດ. ພ້ອມນັ້ນ, ຊຸມ​ປິມໍ່ໆ​ມານີ້, ແຂວງ​ເຫົ້າ​ຢາງ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ດີພໍ​ສ​ົມ​ຄວນ. ອັດ​ຕາ​ຄອບ​ຄົວ​ທຸ​ກ​ຍາກ​ໄດ້​ຫລຸດ​ລົງ​ພໍ​ສົມ​ຄວນ; ​ຄວາມ​ສະ​ຫງົບ​ປອດ​ໄພຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໄດ້​ຮັບ​ການ​ຮັກ​ສາ. ບັນ​ດາ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ສັງ​ຄົມ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ​ມີ​ບັນ​ດາ​ບາດ​ກ້າວ​​ທີ່ກ້າວ​ໜ​້າ​ທີ່​ເປັນ​ໜ້າ​​ຊື່ນ​ຊົມ. ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ການ​ນຳ ແລະ ​ປະ​ຊາ​ຊົນທຸກ​ຊັ້​ນ​ຄົນ, ທ່ານ​ນາງ​ຮອ​ງ​ປະ​ທານ​ປະ​ເທດ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ແຂວງ ເຫົ້າ​ຢາງ ຈະ​ກາຍ​ເປັນ​ແຂວງ​ພັດ​ທະ​ນາ​ດີ​ພໍ​ສົມ​ຄວນ ໃນ​​ເຂດ​ທົ່​ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ