ຕີລາຄາ, ສະເໜີວິທີການຂອງຫວຽດນາມກ່ຽວກັບການຫັນຂໍ້ມູນການຄ້າເປັນດີຈີຕອນ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫາກໍ່ມີເອກະສານຮຽກຮ້ອງໃຫ້ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ຕີລາຄາ, ສະເໜີວິທີການຂອງ ຫວຽດນາມ ກ່ຽວກັບການຫັນຂໍ້ມູນການຄ້າເປັນດີຈີຕອນ.
(ພາບປະກອບ: baochinhphu.vn)
|
ກ່ອນໜ້ານັ້ນ, ໃນວັນທີ 5 ສິງຫາ 2020, ສື່ເອເລັກໂຕນິກ Vietnamplus ໄດ້ມີບົດຂຽນດ້ວຍຫົວທີ່ວ່າ “ຍີ່ປຸ່ນຢາກແນະນຳພື້ນຖານຫັນຂໍ້ມູນການຄ້າເປັນດີຈີຕອນຢູ່ອາຊຽນ”, ໃນນັ້ນໄດ້ຍົກອອກໃຫ້ເຫັນວ່າ: ຍີ່ປຸ່ນຄາດວ່າຈະແນະນຳພື້ນຖານດີຈີຕອນໃຫ້ບັນດາສະມາຊິກອາຊຽນເພື່ອຫັນຂໍ້ມູນແລກປ່ຽນດ້ານການຄ້າເປັນດີຈີຕອນ, ປັບປຸງລະບົບສະໜອງຢູ່ພາກພື້ນເຊິ່ງວິສາຫະກິດຍີ່ປຸ່ນຫຼາຍແຫ່ງມີໂຮງງານຜະລິດຕັ້ງຢູ່ ແລະ ຊຸກຍູ້ການພົວພັນເສດຖະກິດລະຫວ່າງສອງຝ່າຍ.