ຕວກກີໃຫ້ຄຳໝັ້ນສັນຍາບໍ່ໂຕ້ຕອບບັນດາມາດຕະການລົງໂທດຂອງລັດເຊຍພາຍຫລັງເຫດຍິງເຮືອບິນຕົກ

ຕວກກີໃຫ້ຄຳໝັ້ນສັນຍາບໍ່ໂຕ້ຕອບບັນດາມາດຕະການລົງໂທດຂອງລັດເຊຍພາຍຫລັງເຫດຍິງເຮືອບິນຕົກ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Tayyip  Erdogan

(vovworld)-  ​ນີ້​ແມ່ນ​ຖະ​ແຫລງ​ການ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Tayyip  Erdogan  ຍົກ​ອອກ​ໃນ​ວັນ​ທີ 2/12 ພາຍ​ຫລັງ ລັດ​ເຊຍ ຖະ​ແຫລງ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ຕວກ​ກີ ເພາະ​ປະ​ເທດນີ້ ໄດ້​ຍິງ​ເຮືອ​ບິນ​ການ​ທະ​ຫານ​ຂອງ​ລັດ​ເຊຍ ຕົກ​ຢູ່ ເຂດ​ຊາຍ​ແດນ​ຂອງ ຊີ​ຣີ. ປະ​ທານ​າ​ທິ​ບໍ​ດີ ຕວກ​ກີ Erdogan ຖື​ວ່າ: ລັດ​ເຊຍ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ຕວກ​ກີ, ສະ​ນັ້ນ Ankara ຈະ​ສືບ​ຕໍ່​ສະ​ຫນອງ​ໃຫ້ ມົດ​ສ​ະ​ກູ ສິນ​ຄ້າ​ຫລາຍ​ປະ​ເພດ ນັງ​ທັງ​ອາ​ຫານ. ປະ​ທານ​າ​ທິ​ບໍ​ດີ ຕວກ​ກີ Erdogan ປາດ​ຖະ​ຫນາ ວ່າ ລັດ​ເຊຍ ຈະປ່ຽນ​ແປງ​​ວິ​ທີ​ຈັດ​ວາງການ​ກະ​ທຳ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ​ ​ແກ່ ຕວກ​ກີ.

ໃນ​ວັນ​ດຽວ​ກັນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດເຊຍ Sergey Lavrov ຖະ​ແຫລງ: ພ​້ອມ​ແລ້ວທີ່​ຈະ​ພົ​ບ​ປະ​ກັບ​ຄູ່​ຕຳ​ແຫນ່ງ ຕວກ​ກີ Mevlut Cavusoglu ຢູ່ ນອກກອງ​ປະ​ຊຸມ​ສະ​ພາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອົງ​ການ​ປ້​ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຮ່ວມ​ມື ເອີ​ລົບ (OSCE) ຊື່ງດ​ຳ​ເນີນ​ໃນ​ວັນ​ທີ 3-4/12 ຢູ່ Belgrade ປະ​ເທດ Serbia.

 

ຕອບກັບ

ຂ່າວ/ບົດ​ອື່ນ