ຕອນ​ເຊົ້າ​ວັນ​ທີ 13 ກັນ​ຍາ, ຫວຽດ​ນາມ ບໍ່ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ໂຄວິດ - 19 ໃໝ່ໃນ​ຊຸມ​ຊົນ

(VOVWORLD) -ນັບແຕ່ເວລາ 18 ໂມງ ຂອງວັນທີ 12 ກັນຍາ ຫາເວລາ 6 ໂມງຂອງວັນທີ 13 ກັນຍາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ - 19  ໃໝ່. 
ຕອນ​ເຊົ້າ​ວັນ​ທີ 13 ກັນ​ຍາ, ຫວຽດ​ນາມ ບໍ່ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ໂຄວິດ - 19 ໃໝ່ໃນ​ຊຸມ​ຊົນ - ảnh 1ສະພາບການໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ຮອດວັນທີ 13 ກັນຍາ (ພາບ: ກະຊວງສາທາລະນະສຸກ) 


ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງ ຂອງວັນທີ 12 ກັນຍາ ຫາເວລາ 6 ໂມງຂອງວັນທີ 13 ກັນຍາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ - 19  ໃໝ່ໃນຊຸມຊົນ. ນັບແຕ່ເວລາ 6 ໂມງ ຫາເວລາ 18 ໂມງຂອງວັນທີ 13 ກັນຍາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 3 ຄົນ ທີ່ກັບມາຈາກຕ່າງປະເທດ. ເປັນອັນວ່າ, ໄລ່ຮອດຈຸດເວລານີ້, ຫວຽດນາມມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 1063 ຄົນ ໃນນັ້ນ ມີ 691 ກໍລະນີຕິດເຊື້ອ ຍ້ອນຖືກຕິດແປດຢູ່ພາຍໃນປະເທດ.  

          ມາຮອດຈຸດເວລານີ້, ຫວຽດນາມ ໄດ້ມີຜູ້ຕິດເຊື້ອ 918/1063 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະມີ 35 ກໍລະນີເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ