ຕອບບຸນແທນຄຸນບັນດາ ນັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດ, ຄອບຄົວ ນະໂຍບາຍ
(ພາບປະກອບ)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 39 ປີແຫ່ງວັນປົດປ່ອຍທາງພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ, ວັນທີ 01/05, ຢູ່ຕາແສງ ຫ່ວາຟອງ, ເມືອງໄຕຫ່ວາ, ແຂວງ ຟຸອຽນ, ກອງທຶນກຸສົນສັງຄົມສາຍໃຈຄຳ (ຂຶ້ນກັບສະຫະພັນໃຫຍ່ແຮງງານຫວຽດນາມ) ແລະ ສະຫະພັນແຮງງານແຂວງຟຸອຽນ ໄດ້ຈັດພິທີມອບເງິນໜູນຊ່ວຍໃຫ້ຍາດຕິພີນ້ອງຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນບັ້ນຮົບຢູ່ເກາະເຈື່ອງຊາ ເມື່ອປີ 1988. ບັນດາຍາດຕິພີນ້ອງຈະໄດ້ຮັບຈຳນວນເງິນ 5 ລ້ານດົງ. ຈຳນວນເງິນດັ່ງກ່າວຊ່ວຍໃຫ້ບັນດາຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ມີເງື່ອນໄຂສ້ອມແປ່ງເຮືອນຢູ່, ຮັບປະກັນຊີວິດການເປັນຢູ່ເປັນປົກກະຕິ.
ແລະກໍ່ໃນວັນດຽວກັນ, ການນຳແຂວງ ຈ່າວິງ ໄດ້ມີການຢ້ຽມຢາມ ແລະ ມອບຂອງຂວັນບັນດາຄອບຄົວນະໂຍບາຍດີເດັ່ນຢູ່ເຂດຖານທີ່ໝັ້ນຂອງຄະນະພັກແຂວງຈ່າວິງ ໃນຊຸມເດືອນປີແຫ່ງການຕໍ່ສູ້ຕ້ານຈັກກະພັດອາເມລິກາ, ຢູ່ຕາແສງ ຫງາ້ຍຮຸ່ງ, ເມືອງຕຽວເກີນ. ຢູ່ທີ່ນີ້, ການນຳແຂວງຈ່າວິງ ໄດ້ພົບປະ, ມອບຂອງຂວັນໃຫ້ 106 ຄອບຄົວນະໂຍບາຍທີ່ມີຄຸນງາມຄວາມດີໃນການລ້ຽງດູ, ປົກປ້ອງພະນັກງານການນຳຄະນະພັກແຂວງຈ່າວິງ ໃນຕະຫຼອດຊຸມປີແຫ່ງການຕໍ່ຕ້ານ.