ກອງປະຊຸມສຳມະນາພະຍາດ autism
ພາບ:baotintuc
|
(vovworld)- ວັນທີ 2/4 ສປຊ ເລືອກເຟັ້ນແມ່ນວັນໂລກມີຄວາມຮັບຮູ້ກ່ຽວກັບອາການເປັນautism
ດ້ວຍຄຳເຕືອນບັນດາປະເທດເພີ່ມທະວີຄວາມເອົາໃຈໃສ່ເຖິງພະຍາດນີ້. ໃນວັນດຽວກັນ, ຢູ່ ຮ່າໂນ້ຍ ເດັກນ້ອຍເປັນ
autism ນັບຮ້ອຍໆຄົນໃນທົ່ວປະເທດ ພ້ອມກັນເຂົ້າຮ່ວມວັນບຸນກິລາໄມຕິຈິດສະຫງວນໃຫ້ແກ່ເດັກເປັນ
autism. ນີ້ແມ່ນໂອກາດເພື່ອໃຫ້ພວກນ້ອງເຊື່ອມຕົວເຂົ້າກັບວົງຄະນາຍາດ. ປະຈຸບັນ ຢູ່ ຫວຽດນາມ ມີປະມານ 200.000 ຄົນເປັນautism ແລະ ອັດຕາສ່ວນຜູ້ຕິດໃຫມ່ພວມມີສັນຍານເພີ່ມຂຶ້ນ.
ກ່ອນຫນ້ານັ້ນ, ວັນທີ 1 /4, ເຄືອຂ່າຍ ຜູ້ເປັນautism ຫວຽດນາມ ໄດ້ສົມທົບກັບອົງການພັດທະນາຄົນພິການ ອາຊີ ປາຊີຟີກ ຈັດຕັ້ງກອງປະຊຸມສຳມະນາ “autism- ສະພາບຕົວຈິງ ແລະ ສິ່ງທ້າທາຍ”. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຮ່ວາງບີກງອກ, ປະທານເຄືອຂ່າຍຜູ້ ເປັນ autismຢູ່ຫວຽດນາມ ຖືວ່າ:
“ຜູ້ເປັນautism ກໍຄືຄົນພິການຢູ່ຫວຽດນາມ ລ້ວນແຕ່ຢາກໄດ້ຮັບການຊ່ວຍເຫລືອຈາກພວກເຮົາ, ຊ່ວຍໃຫ້ເຂົາເຈົ້າມີຊີວິດຢ່າງສະເໝີພາບ, ມີສິດໄດ້ຮັບຄວາມເຄົາລົບ, ຄວາມຮັກແພງ ຄືດັ່ງຄົນທຳມະດາ.”