ຕອບ​ສະ​ໜອງ​ຊົ່ວໂມງ​ມ​ອດ​ໄຟ​ທົ່ວໂລກ​ປີ 2020

(VOVWORLD) - ຊົ່ວໂມງມອດໄຟທົ່ວ ໂລກ 2020 ດ້ວຍສານທີ່ວ່າ ສຸມໃສ່ບັນດາການເຄື່ອນໄຫວປະຢັດ, ນຳໃຊ້ບັນດາແຫຼ່ງພະລັງງານຢ່າງມີປະສິດທິຜົນ, ເພີ່ມທະວີການນຳໃຊ້ພະລັງງານຜະລິດຄືນໃໝ່, ພະລັງງານສະອາດ, ຕ້ານຂີ້ເຫຍື້ອປາລາສະຕິກ, ປົກປ້ອງສັດປ່າ…

  ໂດຍຕອບສະໜອງຊົ່ວໂມງມອດໄຟທົ່ວໂລກປີ 2020, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ສະເໜີໃຫ້ປະຊາຊົນຫວຽດນາມ ທຸກຄົນ ພ້ອມກັບປະຊາຄົມໂລກ ປະຕິບັດບັນດາເປົ້າໝາຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັກສາໜ່ວຍໂລກຂຽວໃຫ້ເປັນຢ່າງດີກວ່າ.

  ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນໄດ້ຕອບສະໜອງການເຄື່ອນໄຫວ “ມອດໄຟ ແລະ ປິດໄຟບັນດາເຄື່ອງອຸປະກອນໄຟຟ້າທີ່ບໍ່ຈຳເປັນ” ນັບແຕ່ເວລາ 20 ໂມງ 30 ນາທີ ຮອດ 21 ໂມງ 30 ນາທີຂອງວັນທີ 28 ມີນາ ໂດຍອີງຕາມ ເງື່ອນໄຂຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ