(vovworld) - ກຳລັງປ້ອງກັນຄວາມສາຫງົບອີນໂດເນເຊຍ ຫາກໍຈັບຕົວ 9 ຄົນທີ່ຖືກສົງໄສວ່າແມ່ນສະມາຊິກຂອງ Al Qaeda ດ້ວຍໂທດກຳເຂົ້າຮ່ວມບັນດາການເຄື່ອນໄຫວກໍ່ການຮ້າຍໃນທົ່ວປະເທດ. ໃນແຈ້ງການທີ່ປະກາດເມື່ອວັນທີ 1/10, ຕຳຫຼວດແຫ່ງຊາດໂດເນເຊຍ (POLRI) ໃຫ້ຮູ້ວ່າ 9 ຄົນນີ້ລ້ວນແຕ່ກ່ຽວຂ້ອງເຖິງບັນດາການເຄື່ອນໄຫວກໍການຮ້າຍຂອງກຸ່ມ Al Qaeda, ອີນໂດເນເຊຍ , ໃນນັ້ນມີ 8 ຄົນອາດຈະຖືກຜູກໂທດລະເມີດກົດໝາຍຕ້ານກໍ່ການຮ້າຍ, ຊິ່ງຕາມນັ້ນໂທດໃນສະຖາໜັກແມ່ນຖືກປະຫານຊີວິດ. ໃນຫຼາຍປີກອນນີ້, ບັນດາກຸ່ມກໍການຮ້າຍຢູ່ອີນໂດເນເຊຍ ໄດ້ກໍໃຫ້ເກີດບັນດາເຫດການກໍ່ການຮ້າຍທີ່ນອງເລືອດ, ໃນນັ້ນພິເສດແມ່ນການວາງລະເບີດໃນຄໍ່າຄືນວັນທີ 12/10/2002 ຢູ່ເກາະທ່ອງທ່ຽວ Bali ເຊິ່ງເຮັດໃຫ້ 200 ຄົນຖືກເສຍຊີວິດ.