(vovworld) – ສູນຮັກສາສັນຕິພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໄທ (ຫຼື CMPO) ໃຫ້ຮູ້ວ່າ: ອົງການນີ້ຈະຍຸບເລີກການປິດລ້ອມສະຖານທີ່ 5 ແຫ່ງເຊິ່ງຜູ້ແຫ່ຂະບວນປະທ້ວງທີ່ສັງກັດຄະນະກຳມະການປະຕິຮູບປະຊາທິປະໄຕ ປະຊາຊົນພວມຄວບຄຸມຢູ່ນະຄອນຫຼວງ ບາງກອກ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ບາງກອກ, ຜູ້ອຳນວຍການໃຫຍ່ CMPO ທ່ານ ຈະເລີນ ຢູ່ບຳຣຸງ ໃຫ້ຮູ້ວ່າ: ບັນດາກອງບັນຊາການຕຳຫຼວດໄດ້ຮັບການຜັນຂະຫຍາຍແຕ່ວັນທີ 17/2 ເພື່ອຍຸບເລີກການແຫ່ຂະບວນປະທ້ວງຢູ່ສະຖານທີ່ 5ແຫ່ງຢູ່ຂົວ ອະຣາໄທ, ຂົວ ຈະໄມມະຣຸເຈັດ, ແຍກທາງ ສວນ ມິສະວະວັນ, ຖະໜົນ ຮັກຈະດຳເນີນ, ຖະໜົນ ແຈງວັດຕະນະ. ໃນກໍລະນີຜູ້ແຫ່ຂະບວນປະທ້ວງໂຕ້ຕອບດ້ວຍອາວຸດ, ຕຳຫຼວດຈະໃຊ້ປືນເພື່ອປ້ອງກັນຕົວ. ແຫຼ່ງຂ່າວກ່ຽວກັບເລື່ອງຕຳຫຼວດຈະຍຸບເລີກການແຫ່ຂະບວນຢູ່ບັນດາສະຖານທີ່ຖືກຍົກອອກມາໃນສະພາບທີ່ການເຈລະຈາລະຫວ່າງ ຕຳຫລວດກັບຫົວໜ້າຄະນະແຫ່ຂະບວນປະທ້ວງ ທ່ານ ຫຼວງປູ ພຸດທະອິດສະຣະ ສິ້ນສຸດລົງແຕ່ບໍ່ບັນລຸຂໍ້ຕົກລົງກ່ຽວກັບເລື່ອງຍຸບເລີກການປິດລ້ອມບັນດາສຳນັກງານລັດຖະບານ ແລະ ບັນດາເສັ້ນທາງຢູ່ນະຄອນຫຼວງ ບາງກອກ ທີ່ເຄີຍຖືກຜູ້ແຫ່ຂະບວນປະທ້ວງປິດລ້ອມແຕ່ຊຸມເດືອນຜ່ານມາ.