​ຖະ​​ແ​ຫຼງ​ການຫວຽນ​ນາມ-ສ.ເກົ​າ​ຫຼີ​ມຸ່ງ​ໄປເຖິງ​ອະ​ນາ​ຄົດ

(VOVWORLD) -ໂດຍສືບຕໍ່ບັນດາການເຄື່ອນໄຫວຂອງທ່ານປະທານາທິບໍດີສ.ເກົາຫຼີ ທີ່ຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງວັນທີ 22 – 24 ມີນາ.  ວັນທີ 24 ມີນາ, ໄດ້ປະກາດຖະແຫຼງການຮ່ວມຫວຽດນາມ - ສ.ເກົາຫຼີມຸ່ງໄປສູ່ອະນາຄົດ
​ຖະ​​ແ​ຫຼງ​ການຫວຽນ​ນາມ-ສ.ເກົ​າ​ຫຼີ​ມຸ່ງ​ໄປເຖິງ​ອະ​ນາ​ຄົດ - ảnh 1 (ຖະແຫຼງການ ຫວຽນນາມ-ສ.ເກົາຫຼີ ມຸ່ງໄປເຖິງອະນາຄົດ)

ໃນນັ້ນ 2 ຝ່າຍໄດ້ຢືນຢັນວ່າຈະປັບປຸງພື້ນຖານການພົວພັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຕັ້ງໜ້າ, ມີຫົວຄິດປະດິດສ້າງ ຊຸກຍູ້ການເປີດກວ້າງ ແລະ ເຮັດໃຫ້ການພົບປະແລກປ່ຽນ, ຮ່ວມມືໃນທຸກຂົງເຂດເລິກເຊິ່ງກວ່າອີກ, ມຸ່ງໄປເຖິງການຍົກລະດັບ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສ.ເກົາຫຼີ ໃຫ້ອຸດົມສົມບູນກວ່າອີກໃນໄລຍະຈະມາເຖິງ.

        2 ປະເທດຈະຊຸກຍູ້ການຮ່ວມມືດ້ານການຄ້າ, ພັດທະນາຢ່າງສະໝ່ຳສະເໝີ, ໝັ້ນຄົງ, ເພື່ອແນໃສ່ບັນລຸຄາດໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸໄດ້ 100 ຕື້ USD ໃນປີ 2020. ພ້ອມທັງຊຸກຍູ້ການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີ 2018.

        ການນຳຂັ້ນສູງ 2 ປະເທດໄດ້ເຫັນດີຜັນຂະຫຍາຍບັນດາກົນໄກເຈລະຈາ, ຮ່ວມມືດ້ານການທູດ, ຄວາມໝັ້ນຄົງ, ການປ້ອງກັນຊາດ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງຂຶ້ນຕື່ມ. 2 ປະເທດກໍ່ເຫັນດີສືບຕໍ່ເປີດກວ້າງຂອບຂະໜາດການຮ່ວມມືດ້ານການສຶກສາ, ສົ່ງເສີມການລົງທຶນ…

        ການນຳ 2 ປະເທດໄດ້ເຫັນດີເພີ່ມທະວີການແລກປ່ຽນ, ຮ່ວມມືໃນບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ກໍຄືຢູ່ບັນດາເວທີປາໄສຫຼາຍຝ່າຍ. ການນຳ 2 ປະເທດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ພ້ອມກັບສະຕິຄວາມຮັບຮູ້ຕ້ອງແກ້ໄຂບັນດາການຂັດແຍ້ງກັນທີ່ກ່ຽວຂ້ອງໂດຍສັນຕິວິທີຕາມຫຼັກການຂອງກົດໝາຍສາກົນ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະ ຮອບດ້ານ ແລະ ຊຸກຍູ້ການລົງນາມໃນກົດແຫ່ງການປະພຶດໃນທະເລຕາເວັນອອກ (COC) ໂດຍໄວ.

        ຫວຽດນາມ ຊົມເຊີຍ ແລະ ຕັ້ງໜ້າສະໜັບສະໜູນຕໍ່ບັນດາຄວາມມານະພະຍາຍາມຂອງລັດຖະບານສ.ເກົາຫຼີ ເພື່ອແນໃສ່ແກ້ໄຂບັນຫານິວເຄຼຍຂອງສປປ.ເກົາຫຼີ ໂດຍສັນຕິວິທີ ແລະ ຊຸກຍູ້ການເຈລະຈາລະຫວ່າງ 2 ພາກເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ