ນາຍົກລັດຖະມົນຕີສາມປະເທດ ຫວຽດນາມ -ລາວ-ກຳປູເຈຍ ລົງນາມ
ໃນຖະແຫລງການຮ່ວມ
ພາບ:internet
|
(vovworld)- ວັນທີ 23/11/2016, ນາຍົກລັດຖະມົນຕີ ກຳປູເຈຍ Samdech Techo HunSen, ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງ ເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ -ຫວຽດນາມ ຄັ້ງທີ 9 ຈັດຂຶ້ນໃນວັນທີ 23/11/2016 ຢູ່ ຊຽມຣຽບ ລາຊະອານາຈັກ ກຳປູເຈຍ ໄດ້ອອກຖະແຫລງການຮ່ວມກ່ຽວກັບກອງປະຊຸມ. ໃນຖະແຫລງການຮ່ວມມື, ການນຳສາມປະເທດ ໄດ້ຢ້ຳຄືນບັນດາຄຳໝັ້ນສັນຍາກ່ຽວກັບການພັດທະນາແບບຍືນຍົງ ແລະ ກວມລວມ ຢູ່ ເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ -ຫວຽດນາມ, ຫລຸດຜ່ອນຄວາມທຸກຍາກ ແລະຮັດແຄບຊ່ອງຫວ່າງກ່ຽວກັບການພັດທະນາເສດຖະກິດ ສັງຄົມ, ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນດຳລົງຊີວິດຢູ່ ເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ -ຫວຽດນາມ. ການນຳທັງສາມທ່ານກໍຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີ, ເຮັດໃຫ້ການພົວພັນຮ່ວມມື ແລະ ພັດທະນາລະຫວ່າງບັນດາປະເທດໃນ ເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ -ຫວຽດນາມຢ່າງເລິກເຊິ່ງກວ່າ ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ການຮ່ວມມືຮອບດ້ານ ແລະ ບ້ານໃກ້ເຮືອນຄຽງທີ່ດີ; ມີຄຳໝັ້ນສັນຍາຮ່ວມມືຢ່າງແຫນ້ນແຟ້ນກັບບັນດາປະເທດສະມາຊິກ ອາຊຽນ ອື່ນ ເພື່ອຫັນວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ການນຳທັງສາມທ່ານໄດ້ຮັບຮູ້ໝາກຜົນກໍຄືບັນດາສິ່ງທ້າທາຍໃນວິວັດການປະຕິບັດແຜນການສັງລວມປັບປຸງກ່ຽວກັບການພັດທະນາເສດຖະກິດສັງຄົມ ເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ -ຫວຽດນາມ ໄລຍະ 2010-2020 ແລະ ຄວາມຮັບຮູ້ຄວາມຮຽກຮ້ອງຕ້ອງການຍາດແຍ່ງຄວາມສາມາດບົ່ມຊ້ອນພັດທະນາ ແລະ ແຫລ່ງກຳລັງທີ່ມີຢູ່ແລ້ວຂອງບັນດາປະເທດ ເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ -ຫວຽດນາມ ຢ່າງສຸດຂີດ, ລະດົມແຫລ່ງຫນູນຊ່ວຍດ້ານການເງິນ, ເຕັກນິກຈາກບັນດາຄູ່ຮ່ວມມືພັດທະນາ ແລະ ບັນດາອົງການຈັດຕັ້ງສາກົນເພື່ອພັດທະນາໃນພາກພື້ນ. ການນຳສາມທ່ານໄດ້ເຫັນດີເປັນເອກະພາບຈັດຕັ້ງກອງປະຊຸມຂັ້ນສູງ ເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ -ຫວຽດນາມຄັ້ງທີ 10 ຢູ່ຫວຽດນາມ ໃນປີ 2018.