ທັງລະບົບການເມືອງຕ້ອງເຂົ້າຮ່ວມຂະບວນການເພື່ອຮັບປະກັນຄວາມປອດໄພສຸຂະອະນາໄມດ້ານອາຫານ

ທັງລະບົບການເມືອງຕ້ອງເຂົ້າຮ່ວມຂະບວນການເພື່ອຮັບປະກັນຄວາມປອດໄພສຸຂະອະນາໄມດ້ານອາຫານ - ảnh 1
ທ່ານ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

(vovworld)- ​​ທັງ​ລະ​ບົບ​ການ​ເມືອງ​ຕ້ອງ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສຸ​ຂະ​ອະ​ນາ​ໄມ​ດ້ານ​ອາ​ຫານ ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ທີ່ກອງ​ປະ​ຊຸມ​ຜ່ານ​ເຄືອ​ຄ່າຍ​ອິນ​ເຕີ​ແນັດ​ທົ່ວ​ປະ​ເທດ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ວຽກ​ງານ​ຮັບ​ປະ​ກັນ​ສຸ​ຂະ​ອະ​ນາ​ໄມ​ດ້ານ​ອາ​ຫານ ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 27/4. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ​ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ, ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ການ​ນຳ 63 ແຂວງ ​, ນະ​ຄອນໃນ​ທົ່ວ​ປະ​ເທດ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະຫຼຸບກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ຄວາມ​ປອດ​ໄພ​ດ້ານ​ອາ​ຫານບໍ່​ພຽງ​ແຕ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ເຊື້ອ​ຊາດ​ເທົ່າ​ນັ້ນ ຫາກ​​ຍັງ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ອິດ​ທິ​ພົນ​ຊື່​ສຽງ​ຂອງ​ປະ​ເທດ​ຊາດທີ່​ມີ​ຕໍ່​ສາ​ກົນ​ອີກ​ດ້ວຍ. ສະ​ນັ້ນ, ຄວນ​ມີ​ມາດ​ຕະ​ການ​ຢ່າງ​ແຮງ, ເດັດ​ດ່ຽວ​ທົ່ວ​ປວງ​ຊົນ ເພື່ອ​ໃຫ້​ວຽກ​ງານນີ້​ບັນ​ລຸ​ໄດ້​ໝາກ​ຜົນ​ດີກວ່າ, ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງ​ໃຫ້​ ບັນ​ດາ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ​ປະ​ຕິ​ບັດ​ບາງ​ໜ້າ​ທີ່​ຈຸດ​ສຸມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່ອນ​ອື່ນ​ໝົດ, ທົ່ວ​ທັງ​ລະ​ບົບ​ການ​ເມືອງ​ ​ຕ້ອງ​ເຂົ້າ​ຮ່ວມ​ຂະ​ບວນ​ການ, ປະ​ຕິ​ບັດ​ວຽກ​ງານນີ້​ເປັນ​ຢ່າງ​ດີ. ທີສອງ​ແມ່ນ​ກຳ​ນົດ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ຈະ​ແຈ້ງ ເປັນ​ຕົ້ນ​ແມ່ນ ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ສ່ວນ​ບຸກ​ຄົນ​ສຳ​ລັບ​ບັນ​ດາ​ການ​ລະ​ເມີດ​ ຫຼັກ​ອະ​ນາ​ໄມຄວາມ​ປອດ​ໄພ​ ດ້ານ​ອາ​ຫານ. ຜູ້​ນຳ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຕ້ອງ​ຮັບ​ຜິດ​ຊອບ ຖ້າ​ເກີດ​ມີການ​ລະ​ເມີດ​ໃນ​​ຂອບ​ເຂດບໍ​ລິ​ເວນ​ຂອງ​ຕົນ.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຊີ້​ນຳ​ການ​ປັບໃໝບໍ​ລິ​ຫານ​​​ຢູ່ໃນລະ​ດັບ​ສູງ​ສຸດ, ນັບ​ທັງ​ການ​​ປັບໃໝ​ລົງ​ໂທດ​ທາງ​ອາ​ຍາ​ກ່ຽວ​ກັບ​ບັນ​ດາ​ການ​ລະ​ເມີດ​ຫຼັກ​ອະ​ນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ; ເພີ່ມ​ທະ​ວີ​ການກວດ​ກາ, ໂຄ​ສະ​ນາ​ຂົນ​ຂວາຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ, ວິ​ສາ​ຫະ​ກິດ​ຜະ​ລິດ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ, ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ ກ່ຽວ​ກັບບັນ​ຫາ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສຸ​ຂະ​ອະ​ນາ​ໄມ​ດ້ານ​ອາ​ຫານ. ບັນ​ດາ​ອົງ​​ສື່ມວນ​ຊົນຕ້ອງ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ, ​ໃຫ້​ຂ່າວ​ຄົບ​ຖວ້ນ, ​ຮອບ​ດ້ານກ່ຽວ​ກັບ​ວຽກ​ງານນີ້.

 

ຂ່າວ/ບົດ​ອື່ນ