(vovworld) – ທູດພິເສດສະຫະປະຊາຊາດ ແລະ ສະຫະພາບ ອາຣັບ ທ່ານ Lakhdar Brahimi ໄດ້ເລີ່ມຕົ້ນການຢ້ຽມຢາມເຖິງບັນດາປະເທດຕາເວັນອອກກາງ ແລະ ອາບຟຣີກາ ເໜືອໃນວັນທີ 19/10, ເພື່ອແນໃສ່ຮຽກຮ້ອງການສະໜັບສະໜູນຂອງບັນດາປະເທດຈັດຕັ້ງກອງປະຊຸມສາກົນ ເຊີແນວ ຄັ້ງທີ 2 ກ່ຽວກັບ ຊີຣີ.
ກ່າວຄຳເຫັນທີ່ການປະຊຸມຂ່າວເມື່ອວັນທີ 18/10, ໂຄສົກຂອງທ່ານ Lakhdar Brahimi, ທ່ານນາງ Khawla Mattar ໃຫ້ຮູ້ວ່າ: ປະເທດທຳອິດທີ່ທ່ານ Lakhdar Brahimi ມາຢ້ຽມຢາມແມ່ນ ອີຢິບ. ປະຈຸບັນ, ກຳລັງຝ່າຍຄ້ານ ຊີຣີ ບໍ່ທັນຕັດສິນໃຈເຂົ້າຮ່ວມກອງປະຊຸມສາກົນ ເຊີແນວ ຄັ້ງທີ 2, ຄາດວ່າຈະດຳເນີນໃນວັນທີ 23 ແລະ 24/11 ຈະມາເຖິງຢູ່ນະຄອນ ເຊີແນວ, ປະເທດສະວິດ. ພັນທະພາບຊົນຊາດ ຝ່າຍຄ້ານ ຊີຣີ ໄດ້ຍົກອອກເງື່ອນໄຂເມື່ອເຂົ້າຮ່ວມຂອງປະຊຸມທີ່ວ່າ: ລັດຖະບານຂອງທ່ານປະທານາທິບໍດີ ຊີຣີ Bashar Al Assad ຈະບໍ່ມີປ່ອນຢືນໃນລັດຖະບານໃນອະນາຄົດ. ການເຂົ້າຮ່ວມຂອງ ອີຣານ ທີ່ກອງປະຊຸມຄັ້ງນີ້ກໍ່ແມ່ນບັນຫາກໍ່ຄວາມຜິດຖຽງກັນ. ອາເມລິກາ, ບາງປະເທດຝ່າຍຕາເວັນຕົກ ແລະ ກຳລັງຝ່າຍຄ້ານ ຊີຣີ ບໍ່ຢາກໃຫ້ອີຣານ ເຂົ້າຮ່ວມກອງປະຊຸມ, ໃນຂະນະທີ່ ລັດເຊຍ ແລະ ຊີຣີ ຖືວ່າ: ດ້ວຍບົດບາດສຳຄັນໃນພາກພື້ນ, ອີຣານ ພວມມີສຽງເວົ້າໃນກອງປະຊຸມ ຊີຣີ ຄັ້ງນີ້.