ທູດພິເສດສະຫະປະຊາຊາດໃຫ້ຄຳໝັ້ນສັນຍາສົມທົບກັບປະທານອາຊຽນ ຊຸກຍູ້ການແກ້ໄຂວິກິດການຢູ່ ມຽນມາ

(VOVWORLD) -ທູດພິເສດສະຫະປະຊາຊາດໃຫ້ຄຳໝັ້ນສັນຍາສົມທົບກັບປະທານອາຊຽນ ຊຸກຍູ້ການແກ້ໄຂວິກິດການຢູ່ ມຽນມາ
ທູດພິເສດສະຫະປະຊາຊາດໃຫ້ຄຳໝັ້ນສັນຍາສົມທົບກັບປະທານອາຊຽນ ຊຸກຍູ້ການແກ້ໄຂວິກິດການຢູ່ ມຽນມາ - ảnh 1ທີ່ເຈລະຈາແບບທາງໄກ
(ພາບ: FB ນາຍົກລັດຖະມົນຕີກຳປູເຈຍ)

ວັນທີ 13 ມັງກອນ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ເຈລະຈາແບບທາງໄກກັບທ່ານນາງ Noeleen Hayzer, ທູດພິເສດຂອງສະຫະປະຊາຊາດຮັບຜິດຊອບກ່ຽວກັບບັນຫາ ມຽນມາ.

        ທ່ານນາຍົກລັດຖະມົນຕີ Hun Sen ແລະ ທ່ານນາງ Noeleen Hayzer ໄດ້ປຶກສາຫາລືກ່ຽວກັບສັນຍາແມ່ ອາຊຽນ - ສະຫະປະຊາຊາດ ໃນສະພາບທີ່ ກຳປູເຈຍ ຮັບດຳລົງຕຳແໜ່ງປະທານ ອາຊຽນ ປີ 2022. ທ່ານນາງ Noeleen Hayzer, ໄດ້ຕີລາຄາສູງບັນດາວຽກງານເຊິ່ງທ່ານນາຍົກລັດຖະມົນຕີ Hun Sen ໄດ້ເຮັດ ກ່ຽວຂ້ອງເຖິງການແກ້ໄຂວິກິດການຢູ່ ມຽນມາ. ທ່ານນາງເນັ້ນໜັກວ່າ, ສະຫະປະຊາຊາດ ແລະ ກຳປູເຈຍ ສາມາດສົມທົບກັນປະກອບສ່ວນແກ້ໄຂຫຼາຍບັນຫາຢູ່ພາກພື້ນ, ພິເສດແມ່ນບັນຫາ ມຽນມາ ແລະ ກໍ່ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ອາຊຽນ ຈົ່ງສະໜັບສະໜູນຄວາມມານະພະຍາຍາມສາກົນ ຊຸກຍູ້ການແກ້ໄຂບັນຫາ ມຽນມາ, ໃນນັ້ນມີຄວາມຄືບໜ້າໃນແຜນການເຫັນດີເຫັນພ້ອມ 5 ຂໍ້ຂອງອາຊຽນ.

        ສ່ວນທ່ານນາຍົກລັດຖະມົນຕີ Hun Sen ໄດ້ຊົມເຊີຍເລື່ອງ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ແຕ່ງຕັ້ງທ່ານນາງ Noeleen Hayzer, ດຳລົງຕຳແໜ່ງທູດພິເສດຂອງສະຫະປະຊາຊາດຮັບຜິດຊອບກ່ຽວກັບບັນຫາ ມຽນມາ, ພ້ອມທັງໃຫ້ຮູ້ວ່າ ກຳປູເຈຍ ຈະສຸມໃສ່ ແຜນການເຫັນດີເຫັນພ້ອມ 5 ຂໍ້ຂອງອາຊຽນ ກ່ຽວກັບວິກິດການຢູ່ ມຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ