ທີມບານເຕະຍິງແຫ່ງຊາດຫວຽດນາມເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນທີ່ງານແຂ່ງຂັນກິລາບານເຕະໂລກ

(VOVWORLD) -ທິມບານເຕະຍິງແຫ່ງຊາດ ຫວຽດນາມ ໄດ້ເອົາຊະນະຕໍ່ທິມ ໄຕເປ (ຈີນ) 2 ປະຕູຕໍ່ 1
ທີມບານເຕະຍິງແຫ່ງຊາດຫວຽດນາມເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນທີ່ງານແຂ່ງຂັນກິລາບານເຕະໂລກ - ảnh 1ທິມບານເຕະຍິງແຫ່ງຊາດ ຫວຽດນາມ

     ຕອນບ່າຍວັນທີ 6/2, ຢູ່ສະໜາມກິລາ Navi Mumbai (ອິນເດຍ), ທິມບານເຕະຍິງແຫ່ງຊາດ ຫວຽດນາມ ໄດ້ເອົາຊະນະຕໍ່ທິມ ໄຕເປ (ຈີນ) 2 ປະຕູຕໍ່ 1 , ຊຶ່ງເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນທີ່ ງານແຂ່ງຂັນຊີງຊະນະເລີດກິລາບານເຕະຍິງໂລກ 2023 ທີ່ຈັດຂຶ້ນຢູ່ ອົດສະຕາລີ ແລະ ນິວຊີແລນ. .

      ພາຍຫຼັງທີ່ທິມບານເຕະຍິງ ຫວຽດນາມ ສ້າງໄຊຊະນະຄັ້ງປະຫວັດສາດ, ມີສິດເຂົ້າຮ່ວມງານແຂ່ງຂັນກິລາບານເຕະຍິງໂລກ 2023 ເປັນຄັ້ງທຳອິດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍ ບັນດານັກກິລາໃນທິມບານເຕະຍິງແຫ່ງຊາດ ແລະ ຄະນະຄູຝຶກ. ໂດຍສະເພາະແມ່ນຄູຝຶກ ມາຍດຶກຈຸງ

ຕອບກັບ

ຂ່າວ/ບົດ​ອື່ນ