ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຫຼາຍກວ່າ 133 ລ້ານ​ຄົນ

(VOVWORLD) - ຢູ່ ອາຊີ, ວັນທີ 7 ເມສາ, ສ.ເກົາຫຼີ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 668 ຄົນ ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດຂຶ້ນເກືອບ 107.000 ຄົນ ແລະ ມີ 1.756 ຄົນ ເສຍຊີວິດ.
ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຫຼາຍກວ່າ 133 ລ້ານ​ຄົນ - ảnh 1 ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ Seattle, ວໍຊິງຕັນ ອາເມລິກາ ໃນວັນທີ 13/3/2021 (ພາບ:  AFP/TTXVN)

      ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງວັນທີ 7 ເມສາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 133.009.551 ຄົນ ແລະ ມີເກືອບ 2,9 ລ້ານຄົນເສຍຊີວິດ. ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍ້ອນໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 31,56 ລ້ານຄົນ ແລະ ກວ່າ 570.000 ຄົນເສຍຊີວິດ; ຖັດຈາກນັ້ນແມ່ນ ບຣາຊິນ ແລະ ອິນເດຍ.

        ຢູ່ ອາຊີ, ວັນທີ 7 ເມສາ, ສ.ເກົາຫຼີ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 668 ຄົນ ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດຂຶ້ນເກືອບ 107.000 ຄົນ ແລະ ມີ 1.756 ຄົນ ເສຍຊີວິດ.

        ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 18 ໂມງຂອງວັນທີ 6 ເມສາ ຫາເວລາ 6 ໂມງຂອງວັນທີ 7 ເມສາ, ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອລາຍໃໝ່ຕື່ມອີກ. ໄລ່ຮອດປັດຈຸບັນ, ຈຳນວນຜູ້ຕິດເຊື້ອຢູ່ ຫວຽດນາມ ຍັງຄົງແມ່ນ 2.648 ກໍລະນີ, ໃນນັ້ນ ມີ 2.422 ກໍລະນີໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີ 35 ກໍລະນີ ເສຍຊີວິດ.

        ໄລ່ຮອດ 16 ໂມງ ຂອງວັນທີ 6 ເມສາ, ຫວຽດນາມ ສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ເກືອບ 54.000 ຄົນແລ້ວ. 

ຕອບກັບ

ຂ່າວ/ບົດ​ອື່ນ