ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 27 ລ້ານຄົນ

(VOVWORLD) -  ຕາມເວັບໄຊສະຖິຕິທົ່ວໂລກ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 06 ກັນຍາ, ທົ່າໂລກມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 27 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 883.000 ຄົນ.

ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ, ຖັດມາແມ່ນປະເທດ ບຣາຊິນ ແລະ ອິນເດຍ. ຢູ່ອາຊີ, ປະເທດ ມຽນມາ, ສິງກະໂປ ໄດ້ກວດພົບຜູ້ຕິດເຊື້ອລາຍໃໝ່ຫລາຍຄົນ. ຢູ່ ອາເມລິກາ, ນະຄອນ ນິວຢອກ ໄດ້ເລື່ອນເວລາເປີດປະຕູໂຮງຮຽນຈົນຮອດວັນທີ 21 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ