ເດັກນ້ອຍໄດ້ຮັບຂອງຂວັນຍາມບຸນເຕັດ |
(vovworld)- ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີວອກ 2016 ມໍ່ຈະເຖິງ, ວັນທີ 15/1 ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຈັດຕັ້ງບັນດາການເຄື່ອນໄຫວທີ່ແທດຈິງເພື່ອຫນູນຊ່ວຍເດັດນ້ອຍ, ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ທຸກຍາກ.
ຢູ່ແຂວງວິ້ຟຸກ, ສະຫະພັນແຮງງານແຂວງ ໄດ້ມອບຂອງຂວັນ 210 ພູດ, ແຕ່ລະພູດມີມູນຄ່າ 5 ແສນດົງ ໃຫ້ແກ່ກຳມະກອນທີ່ທຸກຍາກ.
ຢູ່ແຂວງຟູ້ເຖາະ, ສະພາກາແດງແຂວງ ໄດ້ລົງໄປມອບຂອງຂວັນໃຫ້ຜູ້ທຸກຍາກ, ຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມດີໂອຊິນ ແລະ ນັກຮຽນມີສະພາບຄອບຄົວຫຍຸ້ງຍາກຢູ່ຕາແສງຕື້ມີ້: ເມືອງຕາມນົງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງລາຍການ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມດີໂອຊິນ” ລະດູບານໃໝ່ປີວອກ 2016 ໂດຍແຂວງຟູ້ເຖາະປຸກລະດົມ.
ສ່ວນຢູ່ແຂວງເຊີນລາ, ຄະນະປະຕິບັດງານຂອງຄະນະຊີ້ນຳເຂດຕາເວັນຕົກສ່ຽງໃຕ້ໄດ້ລົງໄປມອບຂອງຂວັນໃຫ້ແກ່ 100 ຄອບຄົວທຸກຍາກ,ຄອບຄົວນອນໃນເປົ້າໝານະໂຍບາຍຢູ່ຕາແສງ ຊ້ວຍບາງ, ເມືອງເວີນໂຮ່ ແຂວງ ເຊີນລາ. ຂອງຂວັນແຕ່ລະພູມີມູນຄ່າ 5 ແສນດົງ.