ທ້ອງຖິ່ນຕ່າງໆສູ້ຊົນຮອດປີ2020ສຳເລັດການປະກັນສຸຂະພາບໃຫ້ແກ່ປະຊາຊົນ90%
(ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
ກ່າວຄຳເຫັນທີ່ກອງປະຊຸມ)
(vovworld) - ຕອນເຊົ້າວັນທີ 29/06, ຢູ່ຮ່າໂນ້ຍ, ອົງການປະກັນໄພສັງຄົມຫວຽດນາມ ໄດ້ສົມທົບກັບກະຊວງສາທາລະນະສຸກ ຜັນຂະຫຍາຍວຽກງານການພັດທະນາປະກັນສຸຂະພາບໄລຍະ 2016 – 2020. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ, ດ້ວຍຄວາມສຳຄັນຂອງການປະກັນໄພເວົ້າລວມ ແລະ ປະກັນສຸຂະພາບເວົ້າສະເພາະ, ລັດຖະບານ ໄດ້ວາງອອກຄວາມຕັດສິນໃຈດັດປັບຕົວເລກຄາດໝາຍໃຫ້ປະຊາຊົນເຂົ້າຮ່ວມການປະກັນສຸຂະພາບແຕ່ 80% ຂຶ້ນເຖິງ 90 % ໃນປີ 2020. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າ.
“ຂະພະເຈົ້າສະເໜີວ່າ, ໃນໄລຍະຈະມາເຖິງ, ເພື່ອຍົກສູງຄຸນນະພາບການຮັບໃຊ້ລູກຄ້າ ຊື້ປະກັນສຸຂະພາບ, ບັນດາລະບຽບການຄຸ້ມຄອງບໍລິຫານໃນປະກັນສຸຂະພາບທີ່ຊ້ຳຊ້ອນກັນຈະໄດ້ເຮັບການຍົກເລີກ. ຂະແໜງສາທາລະນະສຸກຄວາມປ່ຽນໃໝ່ຄຸນນະພາບການກວດ, ປິ່ນປົວພະຍາດດ້ວຍບັດປະກັນສຸຂະພາບ. ນີ້ແມ່ນແຜນນະໂຍບາຍທີ່ໃຫຍ່ຫຼວງ, ມີຄວາມໝາຍຫຼາຍດ້ານ. ບັນດາຫົວໜ່ວຍຕ້ອງເພີ່ມທະວີການໂຄສະນາຄວາມໝາຍຂອງປະກັນສຸຂະພາບເຖິງປະຊາຊົນ.”