ທ້ອງ​ຖິ່ນ​​ແຫ່ງ​ຕ່າງໆ ຕັ້ງໜ້າປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -    ນອກຈາກບັນດານະຄອນໃຫຍ່ແລ້ວ, ເລື່ອງປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຍັງໄດ້ຮັບການຈັດຕັ້ງປະຕິບັດຢູ່ທ້ອງຖິ່ນຫຼາຍແຫ່ງຢ່າງຂ້ຽວຂາດ. 
ທ້ອງ​ຖິ່ນ​​ແຫ່ງ​ຕ່າງໆ ຕັ້ງໜ້າປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 - ảnh 1 ການເຮັດອະນາໄມຂ້າເຊື້ອຢູ່ຫາຍຟ່ອງ (ພາບ: TTXVN)

    ຢູ່ແຂວງອຽນບ໊າຍ, ທາງແຂວງໄດ້ແຕ່ງຕັ້ງ 7 ຄະນະ ລົງໄປກວດກາວຽກງານປ້ອງກັນ ແລະ ສະກັດກ້ັນໂລກລະບາດໂຄວິດ - 19 ຢູ່ເມືອງ, ນະຄອນແຫ່ງຕ່າງໆໃນທົ່ວບໍລິເວນແຂວງ, ສ້າງແຜນການຈັດຕັ້ງການຝຶກຊ້ອມແຍກຕົວຢູ່ເຂດຊຸມຊົນ; ວຽກງານຄຸມຄ້ອງບໍລິຫານ, ກວດຄົນເຂົ້າບໍລິເວນ ແລະ ຜັນຂະຫຍາຍການສ້າງສໍາເນົາເອກະສານສາທາລະນະສຸກ; ຈັດຕັ້ງການເຮັດອະນາໄມສີດຢາຂ້າເຊື້ອ...

        ສ່ວນຢູ່ແຂວງກວ໋າງນາມ ໄດ້ຕົກລົງຢຸດຕິທຸກການເຄື່ອນໄຫວທີ່ບໍ່ຈໍາເປັນໃນບໍລິເວນແຂວງ ແລະ ທຸກການເຄື່ອນໄຫວທີ່ເຕົ້າໂຮມກັນຫຼາຍຄົນໄວ້ໂດຍຊົ່ວຄາວ. ນອກຈາກນັ້ນ, ທ່ານ ເລຈີ໊ແທັງ ປະທານຄະນະກໍາມະການປະຊາຊົນ ແຂວງກໍໄດ້ປະກາດໃຊ້ຈົດໝາຍທາງການ ວ່າດ້ວຍການສັ່ງປິດປະຕູດ່ານຊາຍແດນທັງໝົດໃນເສັ້ນຊາຍແດນ ຫວຽດນາມ - ລາວ ໂດຍຊົ່ວຄາວ ນັບແຕ່ວັນທີ 28 ມີນາ ຫາວັນທີ 20 ເມສາ.

        ວັນທີ 28 ມີນາ, ຄະນະກໍາມະການປະຊາຊົນນະຄອນດ່າໜັງ ກໍໄດ້ອອກຈົດໝາຍທາງການ ຮຽກຮ້ອງໃຫ້ພະແນກທ່ອງທ່ຽວນະຄອນ ຢຸດຕິບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການອາບນໍ້າທະເລຢູ່ສະຖານທີ່ຕ່າງໆ ແລະ ຢຸດຕິບໍລິການຝາກລົດຢູ່ແຄມທະເລໃນບໍລິເວນນະຄອນ. 

ຕອບກັບ

ຂ່າວ/ບົດ​ອື່ນ