ທະຫານປ້ອງກັນຊາຍແດນແຂວງ ບ່າເຣ້ຍ-ຫວູງເຕົ່າ ມອບສົ່ງລູກເຮືອຊາວ ຟີລິບປີນ ກັບເມືອປະເທດ
(VOVWORLD) -ຕອນບ່າຍວັນທີ 16 ເມສາ, ກອງພັນທະຫານເຮືອປ້ອງກັນຊາຍແດນ 2, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ບ່າເຣ້ຍ-ຫວູງເຕົ່າ ໄດ້ສົມທົບກັບພະແນກພົວພັນຕ່າງປະເທດ ຈັດຕັ້ງພິທີມອບສົ່ງລູກເຮືອ Joseph Monle Truyo, ສັນຊາດ ຟີລິບປີນ, ເກີດປີ 1991, ຖືກເຄາະຮ້າຍຢູ່ທະເລມາໃຫ້ສະຖານກົງສູນໃຫຍ່ ຟີລິບປີນ ປະຈຳນະຄອນ ໂຮ່ຈີມິນ.
ທ່ານພົນຕີເຈີ່ນງອກຕັງສົ່ງຂໍ້ຕົກລົງໃຫ້ແກ່ ຜູ້ຕາງໜ້າສະຖານກົງສູນໃຫຍ່ ຟີລິບປີນ |
ທີ່ພິທີ, ຜູ້ຕາງໜ້າສະຖານກົງສູນໃຫຍ່ ຟີລິບປີນ ໄດ້ຕາງໜ້າໃຫ້ສະຖານທູດ ຟີລິບປີນ ປະຈຳ ຫວຽດນາມ ສົ່ງຄຳຂອບໃຈຢ່າງຈິງໃຈມາຍັງອຳນາດການປົກຄອງແຂວງ ບ່າເຣ້ຍ-ຫວູງເຕົ່າ ແລະ ທະຫານປ້ອງກັນຊາຍແດນແຂວງທີ່ໄດ້ເບິ່ງແຍງດູແລ, ຊ່ວຍເຫຼືອລູກເຮືອ Joseph Monle Truyo ໃນຊຸມວັນຢູ່ ຫວຽດນາມ.