ທະຫານປາກີສະຖານແລະອິນເດຍ ຍິງປືນໃສ່ກັນ

ທະຫານປາກີສະຖານແລະອິນເດຍ ຍິງປືນໃສ່ກັນ - ảnh 1

(ພາບປະກອບ)

(vovworld) -  ວັນ​ທີ 6/1, ທະຫານ​ປາ​ກີ​ສະຖານ ​ແລະ ອິນ​ເດຍ ​ໄດ້ຍິງປືນ​ໃສ່​ກັນຢູ່​ລຽບ​ຕາມ​ເສັ້ນຊາຍ​ແດນ​​ໃນເຂດ​ພິພາດກັນ​ Kashmir ​ນີ້​ແມ່ນ​ການ​ກະທຳ​ທີ່​ອາດ​ຈະ​ເຮັດ​ໃຫ້​​​ສາຍ​ພົວພັນ​ສອງ​ຝ່າຍເຄັ່ງ​ຕຶງຂຶ້ນ​ຕື່ມ. ສອງ​ຝ່າຍ​ຖີ້ມ​ໂທດ​ໃສ່​ກັນ ​ແລະ ປາ​ກີ​ສະຖານ​ໃຫ້​ຮູ້​ວ່າ ​​ທະຫານ​ຜູ້​ໜຶ່ງ​ຂອງ​ປະ​ເທດ​ນີ້​ຖືກເສຍ​ຊີວິດ. ຕາມ​ປາ​ກີ​ສະ​ຖານ​ແລ້ວ, ທະຫານ​ອິນ​ເດຍ ​ໄດ້​ຂ້າມ​ເຂດ​ຊາຍ​ແດນ ​ແລະ ບຸກ​ໂຈມ​ຕີ​ປ້ອມ​ທະຫານ​ແຫ່ງ​ໜຶ່ງ​ຂອງ​ປາ​ກີ​ສະຖານ ​ແຕ່​ຝ່າຍ​ອິນ​ເດຍ ພັດ​ປະຕິ​ເສດ​ຄຳ​ກ່າວ​ຜູກ​ໂທດ​ດັ່ງກ່າວ. ​ເຂດ Kashmir ຂຶ້ນ​ກັບ​ພູ Himalaya ນອນ​ໃນ​ເຂດ​ຊາຍ​ແດນ​ລະຫວ່າງປາ​ກີ​ສະຖານ ​ແລະ ອິນ​ເດຍ ທັງສອງ​ປະ​ເທດ​ລ້ວນ​​ແຕ່​​ໄດ້ປະກາດ​ເຂດ​ນີ້​ແມ່ນ​ຂຶ້ນ​ກັບ​ອະທິປະ​ໄຕຂອງ​ຕົນ​. ນັບ​ແຕ່​ເດືອນ 11/2003, ສອງ​ຝ່າຍປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ Kashmir ​ແຕ່​ບາງ​ເທື່ອ​ກໍ່ເກີດ​ການ​ປະ​ທະ​ກັນ.

ຂ່າວ/ບົດ​ອື່ນ