ທ່າກຳປັ່ນດາຫລັງເລີ່ມເຮັດວຽກ,ຕ້ອນຮັບກຳປັ່ນທ່ອງທ່ຽວຕ່າງປະເທດລຳທຳອິດຕົ້ນລະດູບານໃຫມ່
ທ່າກຳປັ່ນ ດາຫນັງ
|
(vovworld)-ຕອນເຊົ້າວັນທີ 1/2, ກົງກັບວັນທີ 2 ບຸນເຕັດປີມະເມຍ, ທ່າກຳປັ່ນ ດາຫນັງ ໄດ້ຕ້ອນຮັບກຳປັ່ນຂົນສົ່ງນັກທ່ອງທ່ຽວສາກົນລຳທຳອິດມາຢ້ຽມຢາມນະຄອນໃນຕົ້ນລະດູບານໃຫມ່. ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ນະຄອນ ດາຫນັງ ສົມທົບກັບບໍລິສັດ Saigon Tourist ຈັດຕັ້ງພິທີຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເກືອບ 800 ຄົນໃນກຳປັ່ນທ່ອງທ່ຽວ Gemini. ນີ້ແມ່ນກຳປັ່ນທ່ອງທ່ຽວສາກົນລຳທຳອິດເຂົ້າທຽບທ່າກຳປັ່ນ ຕຽນຊາ ນະຄອນ ດາຫນັງໃນຕົ້ນລະດູບານໃຫມ່ປີ 2014. ແລະ ກໍໃນຕອນເຊົ້າວັນດຽວກັນ, ພະນັກງານ, ກຳມະກອນ ທ່າກຳປັ່ນ ດາຫນັງ ເລີ່ມເຮັດວຽກຕົ້ນລະດູບານໃຫມ່ປີ 2014. ທ່ານ ຫງວຽນຊວນຢູງ, ຮອງຜູ້ອຳນວຍການໃຫຍ່ ທ່າກຳປັ່ນ ດາຫນັງ ໃຫ້ຮູ້ວ່າ:
“ທ່າກຳປັ່ນ ດາຫນັງ ຕ້ອງວາງແຜນການລະອຽດ ເພື່ອຮັບບັນດາ container, ກຳປັ່ນຂົນສົ່ງນັກທ່ອງທ່ຽວ. ພິເສດ ສຳລັບນັກທ່ອງທ່ຽວເຂົ້າທຽບທ່າກຳປັ່ນ ດາຫນັງຕົ້ນລະດູບານໃຫມ່ປີມະເມຍ, ພວກຂ້າພະເຈົ້າໄດ້ກະກຽມຢ່າງລອບຄອບຖິ່ຖ້ວນ ສະແດງໃຫ້ເຫັນມູນເຊື້ອຮັກແພງແຂກຂອງຊາວຫວຽດນາມໃນຊຸມມື້ຕົ້ນລະດູບານໃຫມ່.”