ທ່າກ່ຳປັ່ນໄຊງ່ອນຕ້ອນຮັບກ່ຳປັ່ນຂົນສົ່ງສິນຄ້າຖ້ຽວທຳອິດເຂົ້າທຽບທ່າໃນປີ 2018

(VOVWORLD) -ວັນທີ 01 ມັງກອນ, ຢູ່ທ່າກ່ຳປັ່ນ ເຕີນທ້ວນ, ນະຄອນໂຮ່ຈິມິນ, ຫົວໜ່ວຍສະມາຊິກຂອງບໍລິສັດຫຸ້ນສ່ວນທ່າກ່ຳປັ່ນໄຊງ່ອນ, ກ່ຳປັ່ນບັນທຸກສິນຄ້າຖ້ຽວທຳອິດຂອງປີ 2018 ໄດ້ເຂົ້າທຽບທ່າຢ່າງປອດໄພ

ທ່າກ່ຳປັ່ນໄຊງ່ອນຕ້ອນຮັບກ່ຳປັ່ນຂົນສົ່ງສິນຄ້າຖ້ຽວທຳອິດເຂົ້າທຽບທ່າໃນປີ 2018 - ảnh 1

 ທ່າກ່ຳປັ່ນໄຊງ່ອນຕ້ອນຮັບກ່ຳປັ່ນຂົນສົ່ງສິນຄ້າຖ້ຽວທຳອິດເຂົ້າທຽບທ່າໃນປີ 2018

(ພາບ: baogiaothong.vn)

ເປີດສາກໃຫ້ການນຳເຂົ້າສົ່ງອອກສິນຄ້າໃນປີໃໝ່ຢ່າງສະດວກ. ທ່ານ ມາຍວັນກື້, ຜູ້ອຳນວຍການທ່າກ່ຳປັ່ນ ເຕີນທ້ວນ ໃຫ້ຮູ້ວ່າ: ໃນປີ 2017, ທ່າກ່ຳປັ່ນ ເຕີນທ້ວນ ບັນລຸປະລິມານ 6 ລ້ານໂຕນ, ລື່ນກາຍແຜນການວາງອອກແມ່ນ 5,4 ລ້ານໂຕນ ຂອງບໍລິສັດທ່າກ່ຳປັ່ນ ໄຊງ່ອນ ທີ່ໄດ້ວາງອອກ, ລາຍຮັບບັນລຸ 390 ຕື້ດົ່ງ, ໃນນັ້ນຜົນກຳໄລບັນລຸ 140 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ