ທ່ານ Dinh The Huynh ​ເຮັດ​ວຽກ​ຢູ່​ແຂວງ Quang Ninh

ທ່ານ Dinh The Huynh ​ເຮັດ​ວຽກ​ຢູ່​ແຂວງ Quang Ninh - ảnh 1

ທ່ານ ​Dinh The Huynh ເຮັດ​ວຽກ​ຢູ່​ແຂວງ Quang Ninh

(ພາບ:tintuc.xalo.vn)

( vovworld ) ຕອນ​ບ່າຍ​ວັນ​ທີ 30/3, ຢູ່​ນະຄອນ Ha Long, ທ່ານ Dinh The Huynh ຫົວ​ນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ອົງຄະ​ນະ​ພັກ​ແຂວງ Quang Ninh ກ່ຽວ​ກັບບັນດາ​ເນື້ອ​ໃນ​ຄື: ການ​ຜັນ​ຂະຫຍາຍ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11; ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“; ​ໃຫ້​ຄຳ​ເຫັນ​ຊີ້​ນຳ​ກ່ຽວ​ກັບ​ການ​ສ້າງ​ແຜນ​ຮ່າງ “​ພັດທະນາ​ເສດຖະກິດ-​ສັງຄົມ​ຢ່າງ​ໄວວາ ​ແລະ ໝັ້ນຄົງ ​ແລະ ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ“ ຂອງຄະນະ​ປະຈຳ​​ພັກ​ແຂວງ Quang Ninh ຊື່​ງຈະ​ຍື່ນ​ສະ​ເໜີ​ຕໍ່​ກົມ​ການ​ເມືອງ​ໃນ​ໄຕ​ມາດ​ທີ 2 ປີ 2012. ທ່ານ Dinh The Huynh ສະ​ເໜີ​ໃຫ້​ຄະນະ​ປະຈຳ ​ແລະ ຄະນະ​ບໍລິຫານ​ງານ​ຄະນະ​ພັກ​ແຂວງ Quang Ninh ຄວນຊີ້​ນຳ​ຊາບ​ຊືມ​ເນື້ອ​ໃນ​ມະຕິ​ຢ່າງ​ເຂັ້ມງວດ ​ແລະ ​ໂຄສະນາ​ໃນ​ໝູ່​ປະຊາຊົນ​ຢ່າງ​ເລິກ​ເຊີ່ງ​ກ້ວາງ​ຂວາງ; ຜ່ານ​ນັ້ນ​ເຮັດ​ໃຫ້​ພະນັກງານ, ສະມາຊິກ​ພັກ​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ດ້ານ​ສະຕິ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທ​ຳ, ກໍ​ຄື​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະໜັບສະໜູນ​ຂອງ​ປະຊາຊົນ. ​ເລື່ອງ​ຈັດຕັ້ງຊາບ​ຊືມມະຕິ​ສູງ​ການ​ພັກ​ຄັ້ງທີ 4 ຕ້ອງ​ຕິດ​ພັນ​ກັບ​ບັ້ນຂົນຂວາຍ “ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“ ຢ່າງ​ແທດ​ຈິງ, ພ້ອມ​ກັນນັ້ນ, Quang Ninh ຄວນສືບ​ຕໍ່​ປະກອບ​ຄຳ​ເຫັນ​ກັບ​ສູນ​ກາງ​ກ່ຽວ​ກັບ 3 ບັນຫາ​ຮີບ​ດ່ວນກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ປະ​ຈຸບັນ ຊື່​ງມະຕິ​ສູນ​ກາງ​ພັກ​ໄດ້​ເຕື້ອງ​ເຖິງ, ປະກອບສ່ວນປົກ​ປັກ​ຮັກສາ​ຄວາມ​ສາມັກ​ຄີ ​ເອກະ​ພາບ​ໃນ​ພັກ ​ແລະ ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະຊາຊົນ; ຖື​ວ່າ​ນັ້ນ​ແມ່ນ​ປັດ​ໃຈເພື່ອສ້າງ​ຄວາມ​ມີ​ສະຖຽນ​ລະ​ພາບ, ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ແຂວງ Quang Ninh ​ເວົ້າສະ​ເພາະ ​ແລະ ປະ​ເທດ​ຫວຽດນາມ ​ເວົ້​າລວມ.

 

ຂ່າວ/ບົດ​ອື່ນ