ທ່ານ Joe Biden ປະທານາທິບໍດີຫາກໍ່ໄດ້ຮັບການເລືອກຕັ້ງ ສົ່ງສານສາມັກຄີ, ສະໜິດຕິດພັນ ແລະ ສ້າງປະເທດຄືນໃໝ່ເນື່ອງໃນໂອກາດປີໃໝ່
(VOVWORLD) - ບັນດາສິ່ງທ້າທາຍ ເຊິ່ງ ອາເມລິກາ ພວມປະເຊີນໜ້າ ຈະບໍ່ຫາຍໄປໃນໄລຍະສັ້ນ, ເຖິງຢ່າງໃດກໍ່ຕາມ ເມື່ອເລີ່ມຕົ້ນປີໃໝ່ ທ່ານ ຫວັງວ່າ ຈະນັບມື້ນັບດີງາມກ່ວາ.
ທ່ານ Joe Biden . ພາບ: AFP/TTXVN |
ວັນທີ 31 ທັນວາ, ກ່ອນທີ່ຕ້ອນຮັບບຸນປີໃໝ່ 2021 ຢູ່ ອາເມລິກາ, ທ່ານ Joe Biden ປະທານາທິບໍດີໄດ້ຮັບໄຊຊະນາໃນການເລືອກຕັ້ງ ໄດ້ສົ່ງສານຮຽກຮ້ອງໃຫ້ປະຊາຊົນ ອາເມລິກາ “ສາມັກຄີ, ສະໜິດຕິດພັນ ແລະ ສ້າງປະເທດຄືນໃໝ່”. ໃນສື່ສັງຄົມອອນລາຍສ່ວນຕົວ twitter, ທ່ານ Joe Biden ຖືວ່າ ບັນດາສິ່ງທ້າທາຍ ເຊິ່ງ ອາເມລິກາ ພວມປະເຊີນໜ້າ ຈະບໍ່ຫາຍໄປໃນໄລຍະສັ້ນ, ເຖິງຢ່າງໃດກໍ່ຕາມ ເມື່ອເລີ່ມຕົ້ນປີໃໝ່ ທ່ານ ຫວັງວ່າ ຈະນັບມື້ນັບດີງາມກ່ວາ.
ພາຍຫລັງສື່ມວນຊົນປະກາດທ່ານ Joe Biden ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີໃນວັນທີ 3 ພະຈິກ, ທ່ານ Joe Biden ໄດ້ຮຽກຮ້ອງປະຊາຊົນ ອາເມລິກາ ຍັບມໍ່ໃກ້ກັນ, ທ່ານໄດ້ເນັ້ນໜັກວ່າ ຮອດຈຸດເວລາພວກເຮົາຕ້ອງມີຄວາມສາມັກຕີ ແລະ ສະໜິດຕິດພັນກັນແລ້ວ.