ທ່ານ Le Hong Anh ຜູ້ປະຈຳການຄະນະເລຂາສູນກາງພັກ ເຮັດວຽກຢູ່ແຂວງ ຮ່າຢາງ
(ພາບ: TTXVN)
(vovworld) - ວັນທີ 17/10, ທ່ານ Le Hong Anh, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ, ຫົວໜ້າຄະນະກວດກາການນຳພາ, ຊີ້ນຳປະຕິບັດຄຳສັ່ງເລກທີ 3 ຂອງກົມການເມືອງກ່ຽວກັບເລື່ອງ “ສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ” ໄດ້ມີການເຮັດວຽກຢູ່ແຂວງຮ່າຢາງ. ພາຍຫຼັງຮັບຟັງການລາຍງານຂອງການນຳແຂວງຮ່າຢາງ, ທ່ານ Le Hong Anh ໄດ້ຕີລາຄາສູງບັນດາໝາກຜົນເຊິ່ງອົງຄະນະພັກ ແລະ ປະຊາຊົນບັນດາເຜົ່າຢູ່ຮ່າຢາງ ບັນລຸໄດ້ໃນການພັດທະນາເສດຖະກິດ, ກໍ່ສ້າງຊົນນະບົດໃໝ່, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພໃນບໍລິເວນເຂດຊາຍແດນ… ກ່ຽວກັບການປະຕິບັດຄຳສັ່ງເລກທີ 3, ທ່ານ Le Hong Anh ໄດ້ຮັບຮູ້ການປະຕິບັດບັນດາເນື້ອໃນວຽກງານກໍຄືບາງວິທີປະຕິບັດທີ່ດີ, ຮູບແບບດີເດັ່ນ, ແບບຢ່າງດີເດັ່ນກ້າວໜ້າໃນການຍູ້ແຮງການປະຕິບັດ ແລະ ຮໍ່າຮຽນຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ ຢູ່ແຂວງຮ່າຢາງ. ທ່ານ Le Hong Anh ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ແຂວງ ຮ່າຢາງ ຄວນສຸມໃສ່ຊີ້ນຳແຜນການພັດທະນາເສດຖະກິດສັງຄົມປີ 2012 ຢ່າງມີໄຊ; ສືບຕໍ່ປະຕິບັດການຕຳນິຕິຊົມຕົນເອງ ແລະ ຕຳນິຕຳຊົນກັນໃນທົ່ວອົງຄະນະພັກ. ໃນການປະຕິບັດມະຕິເລກທີ 3, ຄວນສຸມໃສ່ກໍ່ສ້າງອົງການຈັດຕັ້ງພັກຮາກຖານຢ່າງເຂັ້ມແຂງ, ສ້າງກຳລັງພາຍໃນສາມັກຄີ, ໝັ້ນຄົງຢູ່ຂັ້ນຮາກຖານ.