ທ່ານ Moon Jae – in ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານນາທິບໍດີສ.ເກົາຫຼີ

(VOVWORLD)-ວັນທີ 10 ພຶດສະພາ, ສຳນັກຂ່າວສານ Yonhap ຂອງສ.ເກົາຫຼີ ໄດ້ຄັດສະເໜີໝາກຜົນໂດຍຄະນະກຳມະການເລືອກຕັ້ງແຫ່ງຊາດ (NEC) ຂອງປະເທດນີ້ປະກາດ, ພາຍຫຼັງການນັບບັດເລືອກຕັ້ງ 100% ໂດຍໃຫ້ຮູ້ວ່າ: 

ທ່ານ Moon Jae – in ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານນາທິບໍດີສ.ເກົາຫຼີ - ảnh 1 ທ່ານ Moon Jae – in ຍາດໄດ້ໄຊຊະນະ

ໃນການເລືອກຕັ້ງປະທານນາທິບໍດີສ.ເກົາຫຼີ

(ພາບ: EPA/ TTXVN)

ຜູ້ອອກສະໝັກຮັບເລືອກຕັ້ງທ່ານ Moon Jae – in ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ແລະ ຈະສາບານຕົວຮັບດຳລົງຕຳແໜ່ງໃນວັນທີ 10 ພຶດສະພາ. ຕາມ Yonhap ແລ້ວ, ທ່ານ Moon Jae – in ສັງກັດພັກປະຊາທິປະໄຕເສລີ ຍາດໄດ້ບັດສະໜັບສະໜູນກວ່າ 13,4 ລ້ານບັດ (41,08%), ລື່ນກາຍຜູ້ອອກສະໝັກຮັບເລືອກຕັ້ງທີ 2 ແມ່ນທ່ານ Hoong Joon – Pyo ຂອງພັກສ.ເກົາຫຼີ ເສລີດ້ວຍບັດສະໜັບສະໜູນກວ່າ 7,8 ລ້ານບັດ (24,03%) ແລະ ຜູ້ອອກສະໝັກຮັບເລືອກຕັ້ງຜູ້ທີ 3 ທ່ານ Ahn Cheon – soo ສັງກັດພັກປະຊາຊົນດ້ວຍບັດສະໜັບສະໜູນເກືອບ 7 ລ້ານບັດ (21,41%).

ຕອບກັບ

ຂ່າວ/ບົດ​ອື່ນ