ທ່ານ Nguyen Tan Dung ເຂົ້າຮ່ວມກອງປະຊຸມ ກະສິກຳທົ່ວໂລກຄັ້ງທີ 2
(ພາບ:baodienbienphu.info.vn)
( vovworld ) – ກອງປະຊຸມທົ່ວໂລກກ່ຽວກັບກະສິກຳ, ຄຳປະກັນດ້ານສະບຽງອາຫານ ແລະ ການປ່ຽນແປງຂອງດິນຟ້າອາກາດໂດຍຫວຽດນາມ ເປັນເຈົ້າພາບໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 6/9 ຢູ່ຮ່າໂນ້ຍ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນວ່າ: ໃນຫຼາຍປີຜ່ານມາ, ກະສິກຳຫວຽດນາມ ບັນລຸໄດ້ຜົນງານໃຫ່ຍຫຼາຍຢ່າງຍ້ອນຄວາມມານະພະຍາຍາມພັດທະນາກະສິກຳຮອບດ້ານ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນ, ຕ້ານ ແລະ ຫລຸດຜ່ອນໄພທຳມະຊາດ, ພົ້ນເດັ່ນແມ່ນການຜະລິດກະສິກຳ, ສິນໃນນ້ຳ, ຕົ້ນໄມ້ອຸດສາຫະກຳ. ໂດຍໄດ້ປະຕິບັດຍຸດທະສາດແຫ່ງການພັດທະນາເສດຖະກິດສັງຄົມໄລຍະ 10 ປີຄືແຕ່ປີ 2011-2020, ຫວຽດນາມ ສືບຕໍ່ຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ພັດທະນາຢ່າງໄວວາ, ໝັ້ນຄົງ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນວ່າ:
“ຂ້າພະເຈົ້າຕີລາຄາສູງກອງປະຊຸມທົ່ວໂລກຄັ້ງທີ 2 ກ່ຽວກັບກະສິກຳ, ຄ້ຳປະກັນດ້ານສະບຽງອາຫານ ແລະ ການປ່ຽນແປງຂອງດິນຟ້າອາກາດ ທີ່ໄດ້ເລືອກຫົວຂໍ້ທີ່ວ່າ: ຄວາມມຸ້ງຫວັງທຳການເຄື່ອນໄຫວ. ກອງປະຊມສຸມໃສ່ປຶກສາຫາລືຫຼາຍບັນຫາອັນແທດຈິງ, ກຳນົດຍຸດທະສາດທີ່ເໝາະສົມ, ມີປະສິດທິຜົນເພື່ອພັດທະນາກະສິກຳຕິດພັນກັບສິ່ງແວດລ້ອມ, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ການເຕີບໂຕຂຽວ……..“.