ທ່ານ ເຈີ່ນກວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກເຮັດວຽກຢູ່ແຂວງ ຮ່ວາບີ່ງ

(VOVWORLD) -ຕອນບ່າຍວັນທີ 8 ມີນາ, ຄະນະປະຕິບັດງານໂດຍທ່ານ ເຈີ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກເປັນຫົວໜ້າຄະນະ, ໄດ້ເຮັດວຽກກັບການນຳແຂວງ ຮ່ວາບີ່ງ ກ່ຽວກັບໝາກຜົນການປະຕິບັດມະຕິຂອງກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ XVI ກາງສະໄຫມອາຍຸການ 2015 – 2020.
ທ່ານ ເຈີ່ນກວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກເຮັດວຽກຢູ່ແຂວງ ຮ່ວາບີ່ງ - ảnh 1ທ່ານ ເຈີ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກ (ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເຈີ່ນກວກເວື້ອງ ໄດ້ສະເໜີໃຫ້ແຂວງ ຮ່ວາບີ່ງ ຕ້ອງກວດກາຄືນບັນດາຄາດໝາຍເພື່ອມີມາດຕະການແກ້ໄຂປະຕິບັດບັນດາເປົ້າໝາຍ ຂອງ ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ XVI ທີ່ໄດ້ວາງອອກໃຫ້ປະສົບຜົນສຳເລັດເປັນຢ່າງດີ, ຜັນຂະຫຍາຍບັນດາທ່າແຮງຂອງທ້ອງຖິ່ນເພື່ອຊຸກຍູ້ການພັດທະນາເສດຖະກິດ, ສຸມໃສ່ຍົກສູງສະພາບແວດລ້ອມແຫ່ງການລົງທຶນ, ປະຕິຮູບການບໍລິຫານ, ສ້າງເງື່ອນໄຂໃຫ້ແກ່ການເລີ່ມຕົ້ນທຸລະກິດ, ພັດທະນາກະສິກຳຕິດພັນກັບການປະຕິບັດການສ້າງຊົນນະບົດໃຫມ່ໃຫ້ດີກ່ວາຕາມທິດຍົກສູງຄຸນນະພາບບັນດາຄາດໝາຍຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ