( ພາບ : http://tapchicongsan.org.vn)
ຕອນບ່າຍວັນທີ 10 ທັນວາ, ຢູ່ທີ່ການຕ້ອນຮັບທ່ານ ບຸທອງ ຈິດມະນີ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະກຳການກວດກາສູນກາງພັກ ປຊຊ ປະຕິວັດລາວ ແລະ ບັນດາພະນັກງານການນຳຂັ້ນສູງພັກ ແລະ ລັດ ລາວ ເນື່ອງໃນໂອກາດມາຮັບໄປຢັ້ງຢືນປະລິຍາເອກຢູ່ ຫວຽດນາມ, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ໄດ້ອວຍພອນທ່ານ ບຸທອງ ຈິດມະນີ ພ້ອມກັບບັນດາພະນັກງານການນຳຂັ້ນສູງພັກ ແລະ ລັດ ລາວ ໄດ້ ປ້ອງກັນສຳເລັດບົດວິທະຍານິພົນປະລິຍາເອກ, ຕີລາຄາສູງການຮ່ວມມືລະຫວ່າງສະຖາບັນການເມືອງ - ການປົກຄອງແຫ່ງຊາດ ໂຮ່ຈິມິນ ຫວຽດນາມ ກັບ ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ລາວ ໃນໄລຍະທີຜ່ານມາ ແລະ ປາດຖະໜາວ່າ 2 ສະຖາບັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນບົດຮຽນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຄົ້ນຄວ້າ, ສຶກສາບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນະພາບສູງເພື່ອຕອບສະໜອງພາລະກິດຫັນ ເປັນອຸດສາຫະກຳ ແລະ ທັນສະໃໝຢູ່ແຕ່ລະປະເທດ .